logo

ສີ​ສັນ​ວັດ​ທະ​ນະ​ທຳ​ຢູ່​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຄັ້ງ​ທີ 1 ຢູ່ ຮ່າ​ໂນ້ຍ

2025/10/11 | 09:45:10
(VOVWORLD) - ນີ້ແມ່ນຄັ້ງທຳອິດ, 48 ປະເທດ ທີ່ມາຈາກ 5 ທະວີບພ້ອມກັນເຕົ້າໂຮມກັນຢູ່ນະຄອນຫຼວງ ຮ່າໂນ້ຍ, ເຂົ້າຮ່ວມງານບຸນວັດທະນະທຳ - ສິລະປະທີ່ມີຂອບຂະໜາດໃຫຍ່, ຢັ້ງຢືນທີ່ຕັ້ງ ແລະ ຂອບຂະໜາດຂອງວັດທະນະທຳ ຫວຽດນາມ ໃນກະແສເຊື່ອມໂຍງເຂົ້າກັບສາກົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ 

ຕອນຄ່ຳວັນທີ 10 ຕຸລາ, ຢູ່ພະລາດຊະວັງທັງລອງ (ຮ່າໂນ້ຍ), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ ຫວຽດນາມ ພ້ອມດ້ວຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີໄຂງານບຸນວັດທະນະທຳໂລກຄັ້ງທີ 1. ນີ້ແມ່ນຄັ້ງທຳອິດ, 48 ປະເທດ ທີ່ມາຈາກ 5 ທະວີບພ້ອມກັນເຕົ້າໂຮມກັນຢູ່ນະຄອນຫຼວງ ຮ່າໂນ້ຍ, ເຂົ້າຮ່ວມງານບຸນວັດທະນະທຳ - ສິລະປະທີ່ມີຂອບຂະໜາດໃຫຍ່, ຢັ້ງຢືນທີ່ຕັ້ງ ແລະ ຂອບຂະໜາດຂອງວັດທະນະທຳ ຫວຽດນາມ ໃນກະແສເຊື່ອມໂຍງເຂົ້າກັບສາກົນ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ ຫວຽດນາມ ກຳນົດວັດທະນະທຳແມ່ນກຳລັງພາຍໃນຂອງປະເທດ, ຂອງຊາດ, ແມ່ນພື້ນຖານທາງດ້ານຈິດໃຈຂອງປະຊາຊົນ. ທ່ານກ່າວວ່າ:

“ພວກເຮົາຕ້ອງເຮັດໃຫ້ວັດທະນະທຳບໍ່ພຽງແຕ່ແມ່ນກຳລັງແຮງພາຍໃນ, ສາຍສຳພັດນຜູກພັນກຳລັງແຮງສາມັກຄີສາກົນ, ກຳລັງແຮງແຫ່ງການແບ່ງປັນໄພທຳມະຊາດ, ຜົນຕາມມາຂອງການປ່ຽນແປງຂອງດິນຟ້າອາກາດ. ການປ່ຽນແປງຂອງດິນຟ້າອາກາດພວມເກີດຂຶ້ນສຳລັບພວກເຮົາ ລ້ວນແຕ່ມີລັກສະນະທົ່ວປວງຊົນ, ຮອບດ້ານ ແລະ ທົ່ວໂລກ. ດັ່ງນັ້ນ, ພວກເຮົາຮຽກຮ້ອງຕ້ອງມີຄວາມສາມັກຄີສາກົນ, ເຊີດຊູລັດທິຫຼາຍຝ່າຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໃນນັ້ນ ມີສາຍໃຍວັດທະນະທຳ”.

ໃນຂອບເຂດງານບຸນຫຼາຍການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະທີ່ເປັນເອກະລັກ 

ເລື່ອງຈັດງານບຸນວັດທະນະທຳໂລກ ຮ່າໂນ້ຍ ບໍ່ພຽງແຕ່ເພື່ອເຊີດຊູຈຸດຄວາມງາມດ້ານວັດທະນະທຳ ຫວຽດນາມ ແລະ ໂລກເທົ່ານັ້ນ, ຫາກຍັງມີຄວາມໝາຍທີ່ສະແດງໃຫ້ເຫັນນ້ຳໃຈແບ່ງປັນ, “ນ້ຳໃຈຊົນຊາດ”, ມິດຈິດມິດໃຈ”. ລາຍການມີຫຼາຍເນື້ອໃນທີ່ມີຄວາມໝາຍ ແນໃສ່ລະດົມເງິນຊ່ວຍເຫຼືອໃຫ້ແກ່ພໍ່ແມ່ຜູ້ຖືກຜົນກະທົບຢ່າງໜັກໜ່ວງຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາ.

ສ່ວນທ່ານ Jonathan Baker ຫົວໜ້າຄະນະຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດພ້ອມກັນສ້າງອະນາຄົດ ເຊິ່ງຢູ່ໃນນັ້ນ ວັດທະນະທຳສ້າງແຮງບັນດານໃຈ, ຄວາມສາມັກຄີ, ອົງອາດກ້າຫານ ຕໍ່ສະພາບຫຍຸ້ງຍາກ, ໄພທຳມະຊາດ.

ໃນຂອບເຂດງານບຸນ, ແຕ່ວັນທີ 11 ຕຸລາ -  12 ຕຸລາ, ມີຫຼາຍການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະທີ່ເປັນເອກະລັກ ຈະດຳເນີນຢູ່ພະລາດຊະວັງທັງລອງ.

ລ້າຍຮວາ


TAG
VOV/VOVworld/ສີ​ສັນ​ວັດ​ທະ​ນະ​ທຳ​/ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ