logo

ສີ​ສັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຢູ່​ງານ​ບຸນ ໂຍນ​ໝາກ​ຄອນລະ​ຫວ່າງ 3 ປະ​ເທດ ຫວຽດ​ນາມ ​- ລາວ - ຈີນ

2020/1/1 | 10:02:55
(VOVWORLD) -  ຄ່ຳຄືນວັນທີ 31 ທັນ, ພິທີອັດງານບຸນ ໂຍນໝາກຄອນລະຫວ່າງບັນດາເມືອງຊາຍແດນຂອງ  3 ປະເທດ ຫວຽດນາມ - ລາວ - ຈີນ ຄັ້ງທີ 6 2019 ແລະ ພິທີສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2020 ໄດ້ດຳເນີນຢູ່ເມືອງ ເມື່ອງແຕ່ ແຂວງລາຍເຈົາ.

ບັນດານັກສະແດງມາຈາກແຂວງລາຍເຈົາ, ຫວຽດນາມ (ພາບ: TTXVN)

        ພິທີໄດ້ຈັດຕັ້ງປົກກະຕິ 2 ປີ ເທື່ອໜຶ່ງ, ດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ, ການລະຫຼີ້ນບັນເທິງ, ອາຫານການກິນ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຂອງວົງຄະນະຍາດບັນດາເຜົ່າ ຢູ່ເຂດຊາຍແດນຂອງ 3 ປະເທດ. ງານບຸນປີນີ້, ໄດ້ມີການເຂົ້າຮ່ວມຂອງຜູ້ແທນ, ນັກສະແດງ, ນັກກິລາ ແລະ ບັນດາວິສາຫະກະກິດຂອງ 3 ປະເທດກວ່າ 700 ທ່ານ ແລະ ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 20.000 ຄົນ.

        ຜ່ານງານບຸນດັ່ງກ່າວ, ບັນດານັກກິລາ, ນັກສິລະປິນຂອງຊົນເຜົ່າຕ່າງໆ ໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນ, ຝາກຝັງບັນດາຈຸດຄວາມງາມທີ່ມີສີສັນກ່ຽວກັບວັດທະນະທຳ, ປະຊາຊົນຂອງເຜົ່າຕົນກັບ ເພື່ອນມິດປະເທດຕ່າງໆ, ຮັດແໜ້ນສາຍພົວພັນດ້ານການທູດປະຊາຊົນ… ທ່ານ ເຈິ່ນດຶກຫ໋ຽນ ຮອງປະທານຄະນະກຳມະການປະຊາຊົນເມືອງເມື່ອງແຕ່ ແຂວງລາຍເຈົາ ໃຫ້ຮູ້ວ່າ:

        “ໃນໄລຍະຈະມາເຖິງ ຈະສືບຕໍ່ຄຸ້ມຄອງຂົງເຂດວັດທະນະທຳຢ່າງມີປະສິດທິຜົນທີ່ສຸດ, ເຮັດແນວໃດເພື່ອໃຫ້ມີລັກສະນະຮັບໃຊ້ໃຫ້ແກ່ວຽກງານອະນຸລັກຮັກສາສີສັນວັດທະນະທຳຂອງແຕ່ລະຊົນຊາດຊົນເຜົ່າ ແລະ ຂຸດຄົ້ນຂົງເຂດວັດທະນະທຳໃຫ້ໄດ້ດີທີ່ສຸດ ເພື່ອສ້າງຈຸດພົ້ນເດັ່ນໃຫ້ແກ່ແຂກທ່ອງທ່ຽວ, ພ້ອມທັງສ້າງຄວາມໂດດເດັ່ນເພື່ອພັດທະນາຂະແໜງທ່ອງທ່ຽວຂອງເມືອງ”.

TAG
VOV/VOVworld/ໂຍນ​ໝາກ​ຄອນ/ມິດ​ຕະ​ພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ