logo

ສະຖານທູດລາວປະຈຳຫວຽດນາມຈັດຕັ້ງພິທີຕ້ອນຮັບປີໃໝ່ພສ2559

2016/4/9 | 09:31:42
 
     ຕອນ​ຄຳ່​ວັນ​ທີ 8/4, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ ສປປ. ລາວ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່​ (ພສ 2559).​ ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ ດິງ​ເທ໋ຮີ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ທ່ານ​ນາງ ຕ່ອງທິຟ໋ອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ຟ້າ​ມບີ່​ງມິ​ງ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ນາງ ດັ້ງ​ທິງ​ອກທິ້ງ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ, ບັນດາ​ພະນັກງານ​ອາ​ສຸ​​ໂສ, ທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ການ​ທະ​ຫານ ຫວຽດນາມ ​ໄດ້​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດລາວ, ຜູ້ຕາງ​ໜ້າ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ບັນດາ​ອົງການຈັດ​ຕັ້ງ​ມະຫາຊົນຂັ້ນ ສູນ​ກາງ ​ແລະ ທ​້ອງຖິ່ນ​ຂອງ ຫວຽດນາມ ເປັນຈຳນວນຫລວງຫລາຍ.

ທ່ານ ທອງ​ສະຫວັນ ພົມວິຫານ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ  ສສ ຫວຽດນາມ ກ່າວຄຳເຫັນໄຂພິທີ ແລະ ອວຍພອນປີໃໝ່ເຖິງບັນດາພະນັກງານ, ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ ສສ ຫວຽດາມ

​ຕາງໜ້າ​​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ, ທ່ານ​ນາງ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ອັນ​ດີງາມ​ເຖິງ​ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ລາວ​ບັນ​ດາ​​ເຜົ່າ

ບັນດາແຂກຜູ້ມີກຽດເຂົ້າຮ່ວມພິທີບາສີສູ່ຂວັນ

ລາຍການຟ້ອນລຳທຳເພງຂອງນັກສຶກສາລາວ ເພື່ອອວຍພອນປີໃໝ່

ບັນດາພະນັກງານຜູ້ອາວຸໂສ ຫວຽດນາມ ຂັບຮ້ອງບັນດາບົດເພງແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ

ຮອບລຳວົງແຫ່ງຄວາມສາມັກຄີ ຫວຽດນາມ - ລາວ


TAG
vovworld/ຟ້ອນລຳວົງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ