logo

ສະຖານທູດຫວຽດນາມ ປະຈໍາ ມາເລເຊຍ ອວຍພອນວັນຊາດລາວ

2018/11/30 | 12:07:00
(VOVWORLD) -ໃນຕະຫຼອດ 43 ປີ ຜ່ານມາ, ພາຍໃຕ້ການຊີ້ນໍານໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ ແລະ ຮອບດ້ານໃນທຸກຂົງເຂດ
 ທ່ານເອກອັກຄະລັດຖະທູດ ເລກີວກວິິ່ງ ມອບດອກໄມ້ ອວຍພອນທ່ານເອກອັກຄະລັດຖະທູດລາວ ຫຸມດາວພອນ ສຸກຂະເສີມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 43 ປີ (ພາບ: vietnamplus.vn)

ວັນທີ 30 ພະຈິກ, ທ່ານ ເລກີວກວິິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ ໄດ້ນໍາໜ້າຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈໍາ ມາເລເຊຍ ໄດ້ໄປສະຖານທູດລາວ ປະຈໍາ Kuala Lumpur, ປະເທດມາເລເຊຍ ເພື່ອອວຍພອນວັນສະຖາປະນາປະເທດ ສປປ ລາວ ຄົບຮອບ 43 ປິ (02/12/1975  - 02/12/2018).   

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດລາວ ຫຸມດາວພອນ ສຸກຂະເສີມ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ນໍ້າໃຈອັນດີງາມ ເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ສະຫງວນໃຫ້ ພັກ, ລັດ ແລະ ປະຊາຊົນລາວໃນຕະຫຼອດ 43 ປີ ຜ່ານມາ. ທ່ານເນັ້ນໜັກວ່າ ການພົວພັນລະຫວ່າງລາວ ແລະ ຫວຽດນາມ ແມ່ນສາຍພົວພັັັັນພິເສດ.

       ສ່ວນທ່ານເອກອັກຄະລັດຖະທູດ ເລກີວກວິິ່ງ ຖືວ່າ ໃນຕະຫຼອດ 43 ປີ ຜ່ານມາ, ພາຍໃຕ້ການຊີ້ນໍານໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ ແລະ ຮອບດ້ານໃນທຸກຂົງເຂດ, ພິເສດແມ່ນໃນປີ 2018, ເຖິງວ່າ ລາວ ໄດ້ປະສົບກັບຄວາມຫຍຸ້ງຍາກຈາກໄພນໍ້າຖ້ວມກໍຕາມ ແຕ່ສະພາບການການເມືອງ, ຄວາມສະຫງົບປອດໄພຍັງໄດ້ຮັກສາຢ່າງໝັ້ນຄົງ, ເສດຖະກິດ - ສັງຄົມພັດທະນາເປັນປົກກະຕິ.

TAG
VOV/VOVworld/ວັນສະຖາປະນາ ສປປ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ