logo

ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດວັນບຸນເອກະລາດໃຫ້ປະຊາຄົມຊາວຫວຽດນາມ

2025/9/15 | 09:03:15
(VOVWORLD) - ຕອນແລງ ວັນທີ 14 ກັນຍາ, ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນບຸນເອກະລາດໃຫ້ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ.
ທ່ານເອກອັກຄະລັດຖະທູດ ຖ່າຍຮູບພ້ອມກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ (ພາບ: VOV)

 ງານດັ່ງກ່າວມີຈຳນວນຜູ້ແທນ ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ເຊິ່ງຕາງໜ້າໃຫ້ປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ຕາມບັນດາທ້ອງຖິ່ນຂອງ ຍີ່ປຸ່ນ.

ຢູ່ໃນພິທີ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະ ພິທີຖວາຍໄຕ້ທູບທຽນຢູ່ຫ້ອງບູຊາປະທານໂຮ່ຈິມິນ, ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາບັນພະບູລຸດ ແລະ ພ້ອມກັນຮັບຊົມຮູບເງົາສາລະຄະດີປະຫວັດສາດກ່ຽວກັບເສັ້ນທາງ 80 ປີ ອັນເຕັມໄປດ້ວຍຄວາມສະຫງ່າລາສີຂອງຊາດຫວຽດນາມ. ກ່າວຄຳເຫັນພິທີດັ່ງກ່າວ, ທ່ານ ຟ້າມກວາງຫ້ຽວ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ:

“ປະຈຸບັນ, ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ມີເກືອບ 700.000 ຄົນ, ເຊິ່ງເປັນປະຊາຄົມຊາວຕ່າງປະເທດໃຫຍ່ ອັນດັບທີ 2 ທີ່ ອາໄສຢູ່ ຍີ່ປຸ່ນ. ປະຊາຊົນຫວຽດນາມໄດ້ດຳລົງຊີວິດຢູ່ບັນດາແຂວງຂອງຍີ່ປຸ່ນ, ປະກອບດ້ວຍຫຼາຍພາກສ່ວນອັນອຸດົມສົມບູນ. ເຖິງວ່າຈະຢູ່ບ່ອນໃດ, ປະຊາຄົມຊາວຫວຽດນາມພວກເຮົາກໍນັບມື້ນັບຢັ້ງຢືນໃຫ້ເຫັນເຖິງຄວາມເຊື່ອຖື, ຄຸນທາດ, ຈິດໃຈອັນອົດທົນຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະ ຄວາມມຸ່ງຫວັງທີ່ບືນຂຶ້ນຢູ່ສະເໝີ”.

TAG
VOV/VOVworld/ວັນໄຊຊະນະການປະຕິວັດເດືອນສິງຫາ/ວັນບຸນເອກະລາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ