logo

ສະຖານທູດຫວຽດນາມ ປະຈຳລາວ ມອບຂອງຂວັນໜູນຊ່ວຍນັກສຶກສາຫວຽດນາມ

2021/5/5 | 07:51:37
(VOVWORLD) -ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີມອບຂອງຂວັນໜູນຊ່ວຍໃຫ້ແກ່ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ, ລວມມີ ຜ້າອັດປາກ-ອັດດັງ 1.000 ແຜ່ນ, ສະບຽງອາຫານ, ທັນຍາຫານທີ່ຈຳເປັນ
(ມອບຂອງຂວັນໜູນຊ່ວຍໃຫ້ແກ່ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ)

ຕາມກະຊວງສາທາລະນະສຸກລາວ ແລ້ວ, ນັບແຕ່ເວລາເລີ່ມເກີດໂລກລະບາດໂຄວິດ-19 ມາຮອດວັນທີ 04 ພຶດສະພາ, ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 1.000 ຄົນ, ໃນນັ້ນມີພົນລະເມືອງຫວຽດນາມ ຫຼາຍຄົນທີ່ພວມດຳລົງຊີວິດ, ເຮັດວຽກຢູ່ລາວ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ລາວ. ວັນທີ 04 ພຶດສະພາ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີມອບຂອງຂວັນໜູນຊ່ວຍໃຫ້ແກ່ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ, ລວມມີ ຜ້າອັດປາກ-ອັດດັງ 1.000 ແຜ່ນ, ສະບຽງອາຫານ, ທັນຍາຫານທີ່ຈຳເປັນ ເພື່ອແນໃສ່ຊ່ວຍໃຫ້ນັກສຶກສາຜ່ານຜ່ານຄວາມຫຍຸ້ງຍາກໃນເງື່ອນໄຂປະຕິບັດການແຍກຫ່າງສັງຄົມເພື່ອປ້ອງກັນ, ຕ້ານໂລກລະບາດ.

ກ່ອນໜ້ານັ້ນ, ວັນທີ 03 ພຶດສະພາ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບອົງການການແພດຂອງລາວ ເກັບເອົາຕົວຢ່າງເພື່ອວິໄຈສຳລັບນັກສຶກສາຫວຽດນາມ ທັງໝົດທີ່ພວມຮ່ຳຮຽນຢູ່ທີ່ນີ້.

TAG
VOV/VOVworld/ມອບ​ຂອງ​ຂວັນ/​ນັກ​ສຶກ​ສາ​ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ