logo

ສະ​ຖານ​ທູດ ອາ​ເມ​ລິ​ກາ ມອບ​ດິນ 6 ເຮັກ​ຕາ​ ທີ່​ໄດ້​ຮັບ​ການກຳ​ຈັດ​ຢ່າງ​ສະ​ອາດ​ຢູ່​ສະ​ໜາມ​ບິນ ບ​ຽນ​ຮ່​ວາ

2025/9/15 | 11:51:12
(VOVWORLD) - ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢັ້ງຢືນວ່າການຮ່ວມມືໃນການແກ້ໄຂຜົນຕາມມາຈາກສົງຄາມບໍ່ພຽງແຕ່ແມ່ນພັນທະມະນຸດສະທຳເທົ່ານັ້ນຫາກຍັງແມ່ນພື້ນຖານນຳການພົວພັນ ຫວຽດນາມ - ອາເມລິກາ ພັດທະນາອີກດ້ວຍ.
ບັນດາຜູ້ແທນເຂົ້າຮ່ວມພິທີ ກົດປຸ້ນເລີ່ມຕົ້ນລະບົບກຳຈັດການມົນລະພິດດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ (ພາບ: VOV5)

ຕອນເຊົ້າວັນທີ 145 ກັນຍາ, ຢູ່ສະໜາມບິນ ບຽນຮ່ວາ, ແຂວງດົງນາຍ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ມອບໃບຢັ້ງຢືນດິນປະມານ 6 ເຮັກຕາ ໄດ້ຮັບການກຳຈັດຢ່າງສະອາດໃຫ້ແກ່ເຫຼືອທັບປ້ອງກັນອາກາດ - ກອງທັບອາກາດ. ນີ້ແມ່ນໝາກຜົນພາຍຫຼັງ 6 ປີເລີ່ມຕົ້ນໂຄງການຮ່ວມມື ລະຫວ່າງ ຫວຽດນາມ - ອາເມລິກາ ກ່ຽວກັບການກຳຈັດບຳບັດ ທາດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ (ໂຄງການ) ຢ່າງເປັນທານການ ທີ່ໄດ້ລົງນາມໃນເດືອນທັນວາ 2019.

ພາຍຫຼັງໄດ້ຮັບໃບຢັ້ງຢືນ, ດິນບັນລຸມາດຖານປອດໄພ, ລວມມີເຂດພາຍໃນສະໜາມບິນ ບຽນຮ່ວາ ແລະ ສ່ວນໜຶ່ງຢູ່ນອກສະໜາມບິນ, ໄດ້ມອບໃຫ້ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບທ້ອງຖິ່ນ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ຮັບໃຊ້ໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ມາຮອດປັດຈຸບັນ, ໂຄງການ ໄດ້ຮັບການກຳຈັດເຄິ່ງໜຶ່ງເນື້ອທີ່ດິນ ຕິດທາດດີໂອຊິນ ທັງຢູ່ພາຍໃນ ແລະ ນອກສະໜາມບິນ ບຽນຮວ່າ. ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ຮ່ວາງຊວັນຈຽນ ຊີ້ແຈ້ງວ່າ:

ບັນດາໝາກຜົນຮ່ວມມືຢ່າງລະອຽດໄດ້ຢັ້ງຢືນຄວາມຕັດສິນໃຈລວມຂອງສອງຝ່າຍໃນການຮ່ວມມືແກ້ໄຂຜົນຕາມມາຈາກສົງຄາມດ້ວຍຈິດໃຈປະລະອະດີດຕະການ, ມຸ່ງໄປສູ່ອະນາຄົດ. ເຫດການໃນມື້ນີ້ ຍິ່ງມີຄວາມໝາຍເມື່ອດຳເນີນກົງກັບໂອກາດ ຫວຽດນາມ ແລະ ອາເມລິກາ ສະເຫຼີມສະຫຼອງ 30 ປີແຫ່ງການຫັນການພົວພັນທາງການທູດສອງຝ່າຍເປັນປົກກະຕິ. ແບ່ງປັນຕໍ່ການຕີລາຄານີ້, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Evans Knapper ຢັ້ງຢືນວ່າການຮ່ວມມືໃນການແກ້ໄຂຜົນຕາມມາຈາກສົງຄາມບໍ່ພຽງແຕ່ແມ່ນພັນທະມະນຸດສະທຳເທົ່ານັ້ນຫາກຍັງແມ່ນພື້ນຖານນຳການພົວພັນ ຫວຽດນາມ - ອາເມລິກາ ພັດທະນາອີກດ້ວຍ. ທ່ານໃຫ້ຮູ້ວ່າ:

ເຫດການມື້ນີມີຄວາມໝາຍສຳຄັນທີ່ສຸດຍ້ອນວ່າການຮ່ວມມືແກ້ໄຂຜົນຕາມມາຈາກສົງຄາມແມ່ນພື້ນຖານໃຫ້ແກ່ການພົວພັນຖານເພື່ອນມິດ ແລະ ຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ, ຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການປ່ອງດອງ. ເຫດການນີ້ບໍ່ພຽງແຕ່ແມ່ນສັນຍານໃຫ້ແກ່ບັນດາຄຳໝັ້ນສັນຍາຂອງຝ່າຍອາເມລິກາ ກ່ຽວກັບການຈະສືບຕໍ່ແກ້ໄຂບັນດາບັນຫາຜົນຕາມມາຈາກສົງຄາມເທົ່ານັ້ນ ຫາກຍັງແມ່ນສັນຍາລັກໃຫ້ແກ່ການພົວພັນຄູ່ຮ່ວມມືຂອງພວກເຮົາ, ເລື່ອງພວກເຮົາມານະພະຍາຍາມ ຮອດລະດັບໃດ ໃນຫຼາຍປີຜ່ານມາເພື່ອບັນລຸໄດ້ໝາກຜົນຄືໃນປັດຈຸບັນ.

TAG
VOV/VOVworld/ຫວຽດ​ນາມ/ອາເມ​ລິ​ກາ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ