logo

ສະຖາບັນວິທະຍາສາດສັງຄົມຈັດການສຳມະນາປະກອບຄຳເຫັນ ປັບປຸງລັດຖະທຳມະນູນປີ 1992

2012/6/19 | 12:23:39
ວັນທີ 19/6, ສະ​ຖາ​ບັນ​ວິທະຍາສາດ​ສັງຄົ​ມຫວຽດນນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວ່າ​ດ້ວຍ​ຫົວ​ຂໍ້ “ ກຳນົດ​ທິດ ​ແລະ ນຳ​ສະ​ເໜີ​ປັບປຸງ​ເພີ່ມ​ເຕີມລັດຖະທຳ​ມະນູນ​ປີ 1992 ”


ລັດຖະທຳ​ມະນູນ​ຫວຽດນາມປີ 1992


Vovworld- ວັນທີ 19/6, ສະ​ຖາ​ບັນ​ວິທະຍາສາດ​ສັງຄົ​ມຫວຽດນນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວ່າ​ດ້ວຍ​ຫົວ​ຂໍ້ “ ກຳນົດ​ທິດ ​ແລະ ນຳ​ສະ​ເໜີ​ປັບປຸງ​ເພີ່ມ​ເຕີມລັດຖະທຳ​ມະນູນ​ປີ 1992 ”. ທີ່ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ສຳ​ມະ​ນາກ​ອນ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວກັບ​ບັນດາ​ເນື້ອໃນຄື ກຳນົດ​ທິດ ການ​ປັບປຸງ​ເພີ່ມ​ເຕີມລັດຖະທຳ​ມະນູນ​ປີ 1992. ນຳ​ສະ​ເໜີ​​ໃຫ້ປັບປຸງ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການຈັດ​ຕັ້ງ, ກົງຈັກ​ແຫ່ງ​ລັດ​ຕາມ​ທິດ​ກຳນົດ​ແຈ້ງ​ກ່ວາ​ກ່ຽວ​ກັບ​ໜ້າ​ທີ່, ສິດ​ອຳນາດ, ພາລະ​ບົດບາດ​ຂອງ​ບັນດາ​ອົງການ​​ແຫ່ງລັດ, ດັດ​ແປງ​ບາງ​ຂໍ້​ກຳນົດ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ຕາມ​ທິດ​ເສດຖະກິດ​ຕະຫຼາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ…..ຕາມທ່ານສາດສະ ດາຈານ-ດທ Vo Khanh Vinh ຮອງ​ປະທານ ສະ​ຖາ​ບັນ​ວິທະຍາສາດ​ສັງຄົ​ມຫວຽດນນາມ​ແລ້ວ, ການປັບປຸງ​ເພີ່ມ​ເຕີມລັດຖະທຳ​ມະນູນ​ປີ 1992ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຫັນ​ເປັນ​ລະບອບ​ກົດໝາຍ​ຢ່າງ​ທັນ​ການ​ກ່ຽວ​ກັບ​ແນວທາງ, ນະ​ໂຍບາຍ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ຊຶ່ງ​ໄດ້​ລະບຸ​ໃນ​ໂຄງການ​ການ​ເມືອງ​ສ້າງສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂື້ນ​ສັງຄົມ​ນິຍົມ ​ແລະ ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 11 ຂອງ​ພັກ, ຮັບ​ຮູ້​ບັນດາ​ໝາກຜົນ​ຂອງ​ການ​ປະຕິວັດ ​ແລະ ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ມີ​ຄວາມ​ໝາຍ​ປະຫວັດສາດ​ພາຍຫຼັງ​ກິດຈະການ​ປ່ຽນ​ແປງ​ໃໝ່​ເປັນ​ເວລາ​ກ່ວາ 25 ປີ, ຮັບປະກັນ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳມະນູນ​ແມ່ນ​ນິຕິ​ກຳ​ພື້ນຖານ, ມີ​ລັກສະນະ​ເປັນ​ປົກກະຕິ ຍາວ​ນານ

TAG

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ