logo

ສະ​ພາ IAEA ຮັບ​ຮອງ​ເອົາມະ​ຕິ​ຮຽກ​ຮ້ອງ​ອີ​ຣານ ຮ່ວມ​ມື​ໃນ​ບັນ​ຫາ​ນິວ​ເຄຼຍ

2025/11/21 | 11:10:10

(VOVWORLD) -  ວັນທີ 20 ພະຈິກ, ສະພາຜູ້ວ່າການລວມມີ 35 ປະເທດສະມາຊິກຂອງອົງການພະລັງງານປະລະມານູສາກົນ (IAEA) ໄດ້ຮັບຮອງເອົາມະຕິເພື່ອແນໃສ່ຕໍ່ກຳນົດເວລາ ແລະ ປັບປຸງໜ້າທີ່ຂອງ IAEA ໃນລາຍການກ່ຽວກັບໂຄງການນິວເຄຼຍ ອີຣານ.



ມະຕິຮຽກຮ້ອງໃຫ້ອີຣານ ຕ້ອງແຈ້ງກ່ຽວກັບສະພາບການສາງ uranium ເສີມທາດ ແລະ ບັນດາສະຖານທີ່ນິວເຄຼຍຖືກຖີ້ມລະເບີດໂດຍໄວ, ໃນນັ້ນຊີ້ແຈ້ງວ່າ ອີຣານ ຕ້ອງອະນຸຍາດ IAEA ມີສິດເຂົ້າເຖິງບັນດາຮາກຖານນິວເຄຼຍ, 5 ເດືອນພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ແລະ ອາເມລິກາ ເລັ່ງໃສ່ບັນດາຮາກຖານນິວເຄຼຍຂອງ ອີຣານ. ກ່ອນໜ້ານັ້ນ, ອີຣານໄດ້ກ່າວເຕືອນ ອາເມລິກາ ແລະ ກຸ່ມ E3(ລວມມີ: ອັງກິດ, ຝລັ່ງ ແລະ ເຢຍລະມັນ) ກ່ຽວກັບມະຕິສະບັບນີ້ ໂດຍເນັ້ນໜັກວ່າ ຖ້າມະຕິໄດ້ຮັບການຮັບຮອງເອົາຈະສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ຕໍ່ການຮ່ວມມືຂອງປະເທດນີ້ກັບ IAEA. ປັດຈຸບັນ ອີຣານ ຍັງບໍ່ທັນອະນຸຍາດໃຫ້ບັນດານັກກວດກາ ເຂົ້າໄປສະຖານທີ່ນິວເຄຼຍ ທີ່ອາເມລິກາ ແລະ ອິດສະລາແອັນຖິ້ມລະເບີດໃສ່ເມື່ອເດືອນມິຖຸນາປີ 2025.

TAG
VOV/VOVworld/IAEA/​ອີ​ຣານ/​ນິວ​ເຄຼຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ