logo

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ເຫດ UAV ລ່ວງ​ລ້ຳ​ເຂົ້າ​ເຂ​ດ​ນ່ານ​ຟ້າ​ຂອງ ໂປ​ໂລຍ

2025/9/12 | 08:42:25
(VOVWORLD) - ວັນທີ 12 ກັນຍາ, ຕາມເວລາ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຈັດປະຊຸມ ເພື່ອແນໃສ່ປຶກສາຫາລືກ່ຽວກັບເລື່ອງ ໂປໂລຍ ກ່າວຫາ ລັດເຊຍ ລ່ວງລ້ຳເຂົ້າເຂດນ່ານຟ້າປະເທດນີ້ ໂດຍໄດ້ບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ (UAV).
ພາບປະກອບ: Polsat News/REUTERS

ການພົບປະໄດ້ດຳເນີນຕາມຄວາມຮຽກຮ້ອງຕ້ອງການຂອງບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ລວມມີ: ສະໂລວາກີ, ແດນມາກ, ເອຢິບ, ຝລັ່ງ ແລະ ອັງກິດ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ໂປໂລຍ Karol Nawrocki ໄດ້ເອີ້ນການກະທຳຂອງລັດເຊຍ ແມ່ນຄວາມມານະພະຍາຍາມເພື່ອລອງປະຕິກິລະຍາຕອບກັບຂອງ ໂປໂລຍ ແລະ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO). ຝ່າຍໂປໂລຍ ໄດ້ເພີ່ມທະວີຄວາມໝັ້ນຄົງ, ຢຸດຕິການສັນຈອນທາງອາກາດຢູ່ລຽບຕາມເຂດຊາຍແດນ ທາງທິດຕາເວັນອອກຕິດ ກັບ ເບລາຣຸດ ແລະ ຢູແກຼນ ຕໍ່ບັນດາຖ້ຽວບິນພົນລະເຮືອນທີ່ບິນຢູ່ຄວາມສູງ 3 ກີໂລແມັດ, ນັບທັງເຮືອບິນບໍ່ມີຄົນຂັບ ຈົນຮອດວັນທີ 9 ທັນວາ.

ໃນຂະນະນັ້ນ, ຝ່າຍລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ບໍ່ມີເຈດຈຳນົງເລັ່ງໃສ່ບໍ່ວ່າເປົ້າໝາຍໃດຢູ່ ໂປໂລຍ ແລະ ຈະບໍ່ຍົກອອກຄຳຄິດເຫັນຫຍັງກ່ຽວກັບເຫດການນີ້. ກະຊວງການຕ່າງປະເທດ ລັດເຊຍ ໄດ້ປະຕິເສດ ບັນດາຂໍ້ກ່າວຫາຂອງ ໂປໂລຍ ແລະ ຖະແຫຼງວ່າພ້ອມແລ້ວທີ່ຈະພ້ອມກັບກະຊວງປ້ອງກັນປະເທດ ລັດເຊຍ ປຶກສາຫາລືກັບ ໂປໂລຍກ່ຽວກັບບັນຫາທີ່ກ່ຽວຂ້ອງເພື່ອແນໃສ່ເຮັດໃຫ້ເຫດການທັງໝົດຈະແຈ້ງ.

TAG
VOV/VOVworld/UAV/ໂປ​ໂລຍ/ສະ​ພາ​ຄວາ​ມ​ໝັ້ນ​ຄົງ/ສະ​ຫະ​ປະ​ຊາ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ