logo

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປະ​ຕິ​ເສດ​ມະ​ຕິ​ໂຈະ​ການ​ລົງ​ໂທດ ອີ​ຣານ

2025/9/27 | 04:50:31
(VOVWORLD) -  ຂໍ້ສະເໜີດັ່າງກ່າວໂດຍ ລັດເຊຍ ແລະ ຈີນ ຍົກອອກມາ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ໃຫ້ສືບຕໍ່ດຳເນີນການເຄື່ອນໄຫວທາງການທູດ.

   ວັນທີ 26 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດປະຕິເສດຂໍ້ສະເໜີຂອງ ລັດເຊຍ ແລະ ຈີນ ກ່ຽວກັບການຕໍ່ກຳນົດເວລາອີກ 6 ເດືອນກ່ອນທີ່ຈະຈັດວາງຄືນໃໝ່ບັນດາມາດຕະການລົງໂທດ ອີຣານ ໂດຍກ່ຽວຂ້ອງເຖິງໂຄງການນິວເຄຼຍ.

  ບັນດາມາດຕະການລົງໂທດລວມມີ: ປິດລ້ອມສັບສິນຂອງ ອີຣານ ຢູ່ຕ່າງປະເທດ, ຢຸດຕິບັນດາການຄ້າຂາຍອາວຸດກັບ ເຕເຮຣານ ແລະ ລົງໂທດທຸກການເຄື່ອນໄຫວພັດທະນາລູກສອນໄຟນຳວິຖີ, ຜ່ານນັ້ນໄດ້ຮັດແໜ້ນພື້ນຖານເສດຖະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກຂອງປະເທດນີ້.

  ຂໍ້ສະເໜີດັ່າງກ່າວໂດຍ ລັດເຊຍ ແລະ ຈີນ ຍົກອອກມາ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ໃຫ້ສືບຕໍ່ດຳເນີນການເຄື່ອນໄຫວທາງການທູດ. ແຕ່ເຖິງແນວນັ້ນກໍ່ຕາມ, ກຸ່ມ 3 ປະເທດ ເອີລົບ ຄື: ອັງກິດ, ເຢຍລະມັນ ແລະ ຝະລັ່ງ ຖືວ່າ: ອີຣານ ບໍ່ໄດ້ປະຕິບັດຂໍ້ຕົກລົງ ແລະ ການເຈລະຈາໃນຫຼາຍອາທິດທີ່ຜ່ານມາ ບໍ່ນຳມາເຊິ່ງໝາກຜົນອັນລະອຽດ.

TAG
VOV/VOVworld/ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ/ການ​ລົງ​ໂທດ ອີ​ຣານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ