logo

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາມະຕິຮຽກຮ້ອງຢຸດຕິຄຳສັ່ງຂວ້ຳບາດຂອງ ອາເມລິກາ ຕໍ່ ກຸຍບາ

2025/10/30 | 09:35:36
(VOVWORLD) -  ຄວາມເສຍຫາຍໂດຍນະໂຍບາຍຂອງ ອາເມລິກາ ກໍ່ຂຶ້ນ ຄາດວ່າແມ່ນຂຶ້ນເຖິງ 7,556 ຕື້ USD ໃນປີ 2024, ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ປີ 2023.

        ວັນທີ 29 ຕຸລາ, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ຮັບຮອງເອົາມະຕິໂດຍ ກຸຍບາ ຍື່ນສະເໜີ, ມີຊື່ວ່າ “ຄວາມຈຳເປັນຕ້ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ອາເມລິກາ ຈັດວາງສຳລັບ ກຸຍບາ”. ດ້ວຍບັດເຫັນດີ 165 ບັດ, ບັດຄ້ານ 7 ບັດ ແລະ ບັດຂາວ 12 ບັດ, ເລື່ອງສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິໄດ້ຢືນຢັນສະຕິປັນຍາ, ຄວາມຍຸຕິທຳ ແລະ ຄວາມເປັນຈິງ ທີ່ຢືນຢູ່ຝ່າຍປະຊາຊົນ ກຸຍບາ. ນີ້ເປັນຄັ້ງທີ 34 ທີ່ ກຸຍບາ ຍື່ນສະເໜີຮ່າງມະຕິຮຽກຮ້ອງ ອາເມລິກາ ຍົກເລີກຄຳສັ່ງຂວ້ຳບາດຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ.

        ກ່ອນໜ້ານັ້ນ, ໃນການຖະແຫຼງຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ກຸຍບາ Bruno Rodríguez Parrilla ໃຫ້ຮູ້ວ່າ ຄວາມເສຍຫາຍໂດຍນະໂຍບາຍຂອງ ອາເມລິກາ ກໍ່ຂຶ້ນ ຄາດວ່າແມ່ນຂຶ້ນເຖິງ 7,556 ຕື້ USD ໃນປີ 2024, ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ປີ 2023.

        ຕາມບັນດາຂໍ້ມາດຕາຂອງມະຕິທີ່ໄດ້ຮັບຮອງເອົາ, ສະມັດຊາໃຫຍ່ສະຫະປະຊາຊາດ ຮຽກຮ້ອງໃຫ້ບັນດາປະເທດອື່ນທີ່ໄດ້ ແລະ ພວມນຳໃຊ້ກົດໝາຍ ຫຼື ມາດຕະການໜູນຊ່ວຍຄຳສັ່ງຂວ້ຳບາດ ກຸຍບາ ຈົ່ງຍົກເລີກມັນຍິ່ງໄວກໍ່ຍິ່ງດີ.

TAG
VOV/VOVworld/ສະ​ຕິ​ປັນ​ຍາ/ຄວາມ​ຍຸ​ຕິ​ທຳ/ຄວາມ​ເປັນ​ຈິງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ