logo

ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ໃຫ້​ສັດ​ຕະ​ຍາ​ບັນ​ບ້ວງ​ງົບ​ປະ​ມານ​ຊ່ວຍ​ເປີດ​ປະ​ຕູ​ລັດ​ຖະ​ບານ​ຄືນ​ໃໝ່

2025/11/13 | 12:45:39
(VOVWORLD) - ດ້ວຍບັດເຫັນດີ 222 ບັດ ແລະ ບັດຄ້ານ 209 ບັດ, ສະພາຕ່ຳ ອາເມລິກາ ໂດຍພັກສາທາລະນະ ຄວບຄຸມ ໄດ້ຮັບຮອງເອົາບ້ວງງົບປະມານ, ຍ້ອນມີການສະໜັບສະໜູນຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເຖິງວ່າປະສົບກັບການຄັດຄ້ານຢ່າງແຮງຈາກພັກປະຊາທິປະໄຕ. 
ຫໍສະພາແຫ່ງຊາດ ອາເມລິກາ (ພາບ: REUTERS)

ຕອນຄ່ຳວັນທີ 12 ພະຈິກ, ຕາມເວລາທ້ອງຖິ່ນ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍຢ່າງເປັນທາງການ ເພື່ອແນໃສ່ຢຸດຕິຄັ້ງປິດປະຕູລັດຖະບານຂອງ ອາເມລິກາ ໃນໄລຍະຍາວທີ່ສຸດໃນປະຫວັດສາດຂອງປະເທດນີ້, ເປີດເສັ້ນທາງໃຫ້ແກ່ການເຊື່ອມຕໍ່ບັນດາໂຄງການໜູນຊ່ວຍດ້ານສະບຽງອາຫານ, ຈ່າຍເງິນເດືອນໃຫ້ແກ່ພະນັກງານ ສະຫະພັນນັບແສນຄົນ ແລະ ຟື້ນຟູບັນດາການເຄື່ອນໄຫວຂອງລະບົບຄວບຄຸມທາງອາກາດ. ດ້ວຍບັດເຫັນດີ 222 ບັດ ແລະ ບັດຄ້ານ 209 ບັດ, ສະພາຕ່ຳ ອາເມລິກາ ໂດຍພັກສາທາລະນະ ຄວບຄຸມ ໄດ້ຮັບຮອງເອົາບ້ວງງົບປະມານ, ຍ້ອນມີການສະໜັບສະໜູນຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເຖິງວ່າປະສົບກັບການຄັດຄ້ານຢ່າງແຮງຈາກພັກປະຊາທິປະໄຕ. ກ່ອນໜ້ານັ້ນ, ສະພາສູງໄດ້ຮັບຮອງເອົາຮ່າງກົດໝາຍ ແລະ ທຳນຽບຂາວ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Trump ຄາດວ່າຈະເຊັນປະກາດໃຊ້ໃນວັນທັນທີ ເຊິ່ງຈະປິດໄລຍະ 43 ວັນທີ່ລັດຖະບານຕ້ອງຢຸດຕິການເຄື່ອນໄຫວສ່ວນໃດສ່ວນໜຶ່ງຢ່າງເປັນທາງການ.

TAG
VOV/VOVworld/ອາ​ເມ​ລິ​ກາ/ສະ​ພາ​ຕ່ຳ/ລັດ​ຖະ​ບານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ