logo

ສະພາບນ້ຳແກ່ງຖ້ວມມີການຜັນແປຢ່າງສັບສົນຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ ຍ້ອນຝົນຕົກໜັກພາຍຫຼັງພາຍຸ

2025/10/8 | 09:35:26
(VOVWORLD) -  ສະພາບຝົນຕົກໜັກແກ່ຍາວແຕ່ຕອນຄ່ຳວັນທີ 06 ຕຸລາ ພາຍຫຼັງພາຍຸ Matmo ເຮັດໃຫ້ສະພາບນ້ຳແກ່ງຖ້ວມເກີດຂຶ້ນໃນວົງກວ້າງຢູ່ຫຼາຍທ້ອງຖິ່ນທາງພາກເໜືອ, ພິເສດແມ່ນແຂວງ ທາຍງວຽນ.
ສະພາບນ້ຳແກ່ງຖ້ວມເກີດຂຶ້ນຢູ່ແຂວງ ທາຍງວຽນ
(ພາບ: VGP)

        ໃນລະຫວ່າງວັນທີ 06 – 07 ຕຸລາ, ແຂວງ ທາຍງວຽນ ເກີດຝົນຕົກໜັກ. ຕາມຕົວເລກໂດຍອຳນາດການປົກຄອງທ້ອງຖິ່ນສະໜອງ, ໄລ່ຮອດຕອນຄ່ຳວັນທີ 07 ຕຸລາ, ມີຢ່າງໜ້ອຍສຸດ 3 ຄົນເສຍຊີວິດຍ້ອນນ້ຳໄຫຼຊູ, 3 ຄົນຫາຍສາບສູນ, ມີເຮືອນຫຼາຍຫຼັງຖືກຈົມນ້ຳເລິກແຕ່ 1 – 2 ມ. ມີພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດແຂວງ ທາຍງວຽນ ພ້ອມກັບກຳລັງຢູ່ກັບທີ, ອຳນາດການປົກຄອງ ແລະ ປະຊາຊົນບັນດາທ້ອງຖິ່ນໄດ້ຍົກຍ້າຍປະຊາຊົນໄປຍັງເຂດປອດໄພຢ່າງທັນການ. ທ່ານ ນົງມິນງວຽນ, ເລຂາຄະນະພັກຕາແສງ ນາຣີ, ແຂວງ ທາຍງວຽນ, ໃຫ້ຮູ້ວ່າ:

        “ດ້ວຍວຽກງານກູ້ໄພກູ້ຊີບ, ພວກຂ້າພະເຈົ້າຈະສືບຕໍ່ກວດກາບັນດາຄອບຄົວ, ສ່ວນບຸກຄົນຍັງບໍ່ທັນເຫັນດີຍົກຍ້າຍ ເພື່ອສືບຕໍ່ຊວນເຊື່ອຍົກຍ້າຍອອກຈາກເຂດຖືກນ້ຳແກ່ງຖ້ວມ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ພວກຂ້າພະເຈົ້າກໍ່ໄດ້ຕິດຕັ້ງປາຍກ່າວເຕືອນ ແລະ ຈັດສົ່ງກຳລັງປະຈຳຢູ່ບັນດາເຂດມີຄວາມສ່ຽງສູງ ບໍ່ໃຫ້ປະຊາຊົນ ແລະ ພາຫະນະໄປມາ ແນໃສ່ຮັບປະກັນຄວາມປອດໄພຢ່າງສິ້ນເຊິ່ງ…”

        ຢູ່ ລ້າງເຊີນ, ອຳນາດການປົກຄອງໃຫ້ຮູ້ວ່າ, ມີປະຊາຊົນກວ່າ 100 ຄົນໄດ້ຍົກຍ້ານເຖິງເຂດປອດໄພ ພາຍຫຼັງເຄື່ອນໄຟຟ້ານ້ຳຕົກ ບັກແຄ 1 ຖືກແຕກໃນວັນທີ 07 ຕຸລາ.

TAG
VOV/VOVworld/ນັກ​ຮົບ/​ກຳ​ລັງ​/ປະ​ກອບ​ອາວ​ຸດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ