logo

ສະພາສູງ ອາເມລິກາ ບໍ່ມີທາງອອກ, ຄວາມສ່ຽງລັດຖະບານສືບຕໍ່ປິດປະຕູ

2025/10/4 | 07:34:11
(VOVWORLD) - ການນຳຝ່າຍສ່ວນຫຼາຍ ທ່ານ John Thune ຢືນຢັນວ່າ ພັກສາທາລະນະບໍ່ຍອມຮັບການເຈລະຈາ, ພ້ອມກັນນັ້ນ ກໍ່ເນັ້ນໜັກວ່າ ເສັ້ນທາງໜຶ່ງດຽວເພື່ອເປີດປະຕູລັດຖະບານຄືນໃໝ່ແມ່ນພັກປະຊາທິປະໄຕຕ້ອງສະໜັບສະໜູນມະຕິລາຍຈ່າຍໄລຍະສັ້ນ “ສະອາດ”
ການນຳຝ່າຍສ່ວນຫຼາຍ ທ່ານ John Thune
(ພາບ: REUTERS/Jonathan)

ວັນທີ 03 ຕຸລາ, ອີກເທື່ອໜຶ່ງສະພາສູງ ອາເມລິກາ ບໍ່ສາມາດຮັບຮອງເອົາຮ່າງກົດໝາຍງົບປະມານສະບັບຕ່າງໆ, ເຮັດໃຫ້ສະພາບລັດຖະບານສະຫະລັດປິດປະຕູເກືອບຄືວ່າຈະແກ່ຍາວໄປອາທິດຈະມາເຖິງ.

ກ່າວຄຳເຫັນກ່ອນການປ່ອນບັດ, ການນຳຝ່າຍສ່ວນຫຼາຍ ທ່ານ John Thune ຢືນຢັນວ່າ ພັກສາທາລະນະບໍ່ຍອມຮັບການເຈລະຈາ, ພ້ອມກັນນັ້ນ ກໍ່ເນັ້ນໜັກວ່າ ເສັ້ນທາງໜຶ່ງດຽວເພື່ອເປີດປະຕູລັດຖະບານຄືນໃໝ່ແມ່ນພັກປະຊາທິປະໄຕຕ້ອງສະໜັບສະໜູນມະຕິລາຍຈ່າຍໄລຍະສັ້ນ “ສະອາດ”, ປອດພັກຝ່າຍໂດຍພັກສາທາລະນະຍົກອອກມາ. ກົງກັນຂ້າມ, ການນຳຝ່າຍສ່ວນໜ້ອຍ ທ່ານ Chuck Schumer ກ່າວຫາລັດຖະບານຖືກປິດປະຕູຍ້ອນ ທ່ານປະທານາທິບໍດີ Donald Trump ແລະ ພັກສາທາລະນະ “ເດັດດ່ຽວເຮັດໃຫ້ເພີ່ມລາຍຈ່າຍປະກັນສຸຂະພາບ ແລະ ເຮັດໃຫ້ນັບລ້ານຄົນເສຍຜົນປະໂຫຍດ".

TAG
VOV/VOVworld/ສະ​ໜັບ/​ສະ​ໜູນ/​ມະ​ຕິ/​ລາຍ​ຈ່າຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ