logo

ສະ​ພາ​ສາຍ​ພົວ​ພັນ​ຕ່າງ​ປະ​ເທດ ອາ​ຣັບ ປະ​ຈຳ ອິດ​ສະ​ຣາ​ແອັນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ທີ​ຟື້ນ​ຟູ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ

2025/12/12 | 10:34:06
(VOVWORLD) - ຜູ້ຕ່າງໜ້າຫຼາຍຄະນະທຸຕານຸທູດຕາງກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ໜ້າສະພາບການຫົວຮຸນແຮງທີ່ແກ່ຍາວຢູ່ເຂດກາຊາ, ພ້ອມທັງຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ, ຢຸດຕິການປະທະກັນໂດຍໄວເພື່ອຫຼີກລ້ຽງຜົນເສຍຫາຍໃຫ້ແກ່ສາມັນຊົນຕື່ມອີກ. 

ວັນທີ 11 ທັນວາ, ຢູ່ນະຄອນ Jaffa, ສະພາສາຍພົວພັນຕ່າງປະເທດ ອາຣັບ ປະຈຳ ອິດສະຣາແອັນ ໄດ້ຈັດເວທີປາໄສການທູດປະຈຳປີຄັ້ງທີ 15. ເຫດການປີນີ້ມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຮອງເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າສະຖານທູດຂອງກວ່າ 20 ປະເທດ, ໃນນັ້ນ ມີຫຼາຍປະເທດເອີຣົບ, ການາດາ, ຈີນ, ຫວຽດນາມ, ອູເບກິດສະຖານ, ພ້ອມກັບນັກຮຽນຮູ້ຈຳນວນໜຶ່ງຢູ່ ອິດສະຣາແອັນ, ເພື່ອແນໃສ່ຊຸກຍູ້ການພົວພັນທາງການທູດ, ວັດທະນະທຳ, ເສດຖະກິດ ແລະ ສັງຄົມລະຫວ່າງປະຊາຄົມຊາວ ອາຣັບ ປະຈຳ ອິດສະຣາແອັນ ກັບບັນດາປະເທດໃນໂລກ.

ຢູ່ເວທີປາໄສ, ຜູ້ຕ່າງໜ້າຫຼາຍຄະນະທຸຕານຸທູດຕາງກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ໜ້າສະພາບການຫົວຮຸນແຮງທີ່ແກ່ຍາວຢູ່ເຂດກາຊາ, ພ້ອມທັງຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ, ຢຸດຕິການປະທະກັນໂດຍໄວເພື່ອຫຼີກລ້ຽງຜົນເສຍຫາຍໃຫ້ແກ່ສາມັນຊົນຕື່ມອີກ. ມີຫຼາຍຄຳເຫັນເນັ້ນໜັກເຖິງຄວາມຈຳເປັນຂອງການເຄົາລົບກົດໝາຍສາກົນ ແລະ ມະນຸດສະທຳ, ຖືນີ້ແມ່ນພື້ນຖານສຳຄັນເພື່ອຟື້ນຟູສະຖຽນລະພາບໃນພາກພື້ນ. ບັນດາຄຳເຫັນກໍປາດຖະໜາວ່າ ປະຊາຄົມສາກົນຈະເພີ່ມທະວີການສົມທົບກັນເພື່ອແນໃສ່ຊຸກຍູ້ການເຈລະຈາ, ການຊ່ວຍເຫຼືອມະນຸດສະທຳ ແລະ ບັນດາຄວາມມານະພະຍາຍາມທາງການທູດເພື່ອຊອກຫາວິວັດທະນາການສັນຕິພາບທີ່ມີຄວາມເປັນໄປໄດ້.


TAG
VOV/VOVworld/ສະ​ພາ​ສາຍ​ພົວ​ພັນ​ຕ່າງ​ປະ​ເທດ ອາ​ຣັບ/ອິດ​ສະ​ຣາ​ແອັນ/ຫົວ​ຮຸນ​ແຮງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ