logo

ສະພາແຫ່ງຊາດ ກຳປູເຈຍ ຮັບຮອງເອົາຮ່າງມະຕິວ່າດ້ວຍການໃຫ້ສັດຕະຍາບັນສົນທິສັນຍາກົດໝາຍວ່າດ້ວຍທະເລ

2026/1/17 | 08:57:53
(VOVWORLD) -  ພາຍຫຼັງກວ່າ 4 ທົດສະວັດ, ຮ່າງກົດໝາຍນີ້ຈະໄດ້ຍື່ນສະເໜີຕໍ່ສະພາສູງພິຈາລະນາ ແລະ ຫຼັງຈາກນັ້ນແມ່ນພະບາດສົມເດັດພະບໍລົມມະນຽດມະຫາກະສັດ ໃຫ້ສັດຕະຍາບັນ ເພື່ອຍື່ນສະເໜີຕໍ່ສະຫະປະຊາຊາດຢ່າງເປັນທາງການ.
(ກຳປູເຈຍ ໄດ້ຮັບຮອງເອົາຮ່າງມະຕິໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982)

ວັນທີ 16 ມັງກອນ, ດ້ວຍຄວາມເປັນເອກະພາບຢ່າງສິ້ນເຊິງ, ກອງປະຊຸມເທື່ອທີ 5, ສະພາແຫ່ງຊາດຊຸດທີ 7 ຂອງ ກຳປູເຈຍ ໄດ້ຮັບຮອງເອົາຮ່າງມະຕິໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). ນີ້ໄດ້ຮັບຖືວ່າ ແມ່ນບາດລ້ຽວປະຫວັດສາດໃນການສ້າງກອບນິຕິກຳໃຫ້ສົມບູນແບບ ແລະ ຢືນຢັນທີ່ຕັ້ງຂອງລາຊະອານາຈັກ ກຳປູເຈຍ ຢູ່ບັນດາເວທີປາໄສການເດີນທະເລສາກົນ. ເຫດການໄດ້ສ້າງຂີດໝາຍການປະຕິບັດບັນດາຄຳໝັ້ນສັນຍາເຊິ່ງ ກຳປູເຈຍ ໄດ້ລົງນາມນັບແຕ່ວັນທີ 01 ກໍລະກົດ 1983. ພາຍຫຼັງກວ່າ 4 ທົດສະວັດ, ຮ່າງກົດໝາຍນີ້ຈະໄດ້ຍື່ນສະເໜີຕໍ່ສະພາສູງພິຈາລະນາ ແລະ ຫຼັງຈາກນັ້ນແມ່ນພະບາດສົມເດັດພະບໍລົມມະນຽດມະຫາກະສັດ ໃຫ້ສັດຕະຍາບັນ ເພື່ອຍື່ນສະເໜີຕໍ່ສະຫະປະຊາຊາດຢ່າງເປັນທາງການ.

        ວັນທີ 23 ມິຖຸນາ 1994, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນເອກະສານນິຕິກຳສຳຄັນດັ່ງກ່າວຢ່າງເປັນທາງການ.

TAG
VOV/VOVworld/ຂີດ​ໝາຍ/ປະ​ຕິ​ບັດ/​ຄຳ​ໝັ້ນ/​ສັນ​ຍາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ