ສະພາແຫ່ງຊາດປຶກສາກ່ຽວກັບແຜນຮ່າງສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ

ທ່ານນາງ Le Thi Nga ສະມາຊິກສະພາແຫ່ງຊາດແຂວງ Thai Nguyen
(ພາບ: tinmoi.vn)

ຕອນບ່າຍວັນທີ 4/6, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ)
ແລະກໍໃນຕອນບ່າຍວັນທີ 4/6, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ). ນະໂຍບາຍພັດທະນາການພິມຈຳໜ່າຍ, ການຄຸ້ມຄອງລັດ ກ່ຽວກັບການເຄື່ອນໄຫວພິມຈຳໜ່າຍ, ຮູບແບບ, ເປົ້າໝາຍໂຮງພິມຈຳໜ່າຍ, ການຮ່ວມສຳພັນໃນການພິມຈຳໜ່າຍກັບສາກົນ, ຈຳໜ່າຍສິ່ງພິມ... ແມ່ນເນື້ອໃນຕົ້ນຕໍ່ທີ່ສະມາຊິກສະພາແຫ່ງຊາດ (ສສຊ) ປຶກສາຫາລື. ສສຊ ສ່ວນຫຼາຍໄດ້ເຫັນດີເຫັນພ້ອມກັບເລື່ອງປະກາດໃຊ້ ກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ) ໂດຍໄວ ເພື່ອແນໃສ່ປັບປຸງບັນດາການພົວພັນທີ່ເກີດຂຶ້ນໃໝ່ໃນການເຄື່ອນໄຫວພິມຈຳໜ່າຍ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ຂົງເຂດພິມຈຳໜ່າຍສືບຕໍ່ພັດທະນາ, ຕອບສະໜອງໜ້າທີ່ກຳນົດທິດວັດທະນະທຳ - ແນວຄິດ ແລະ ພັດທະນາເສດຖະກິດ - ສັງຄົມ ເປັນຢ່າງດີ. ບາງຄຳເຫັນສະເໜີວ່າ: ບໍຄວນຮັດແຄບເປົ້າໝາຍສ້າງຕັ້ງໂຮງພິມຈຳໜ່າຍ ເພື່ອເສີມຂະຫຍາຍບັນດາແຫຼ່ງກຳລັງໃນສັງຄົມເພື່ອລົງທຶນໃຫ້ແກ່ການພິມຈຳໜ່າຍ. ທ່ານ Nguyen Van Rinh, ສສຊ ແຂວງ ຫາຍເຢືອງ ມີຄຳເຫັນວ່າ:
“ຂ້າພະເຈົ້າຍັງເປັນຫ່ວງກັງວົນ ຕໍ່ການຄຸ້ມຄອງລັດ, ຕ້ອງເຮັດແຈ້ງບັນດາອົງການຄຸ້ມຄອງ ແລະ ເນື້ອໃນການຄຸ້ມຄອງ ແລະ ເພີ່ມທະວີກຳລັງແຮງໃນການຄຸ້ມຄອງລັດໃຫ້ມີປະສິດທິຜົນກ່ວາອີກ. ຄຸ້ມຄອງລັດ ກ່ຽວກັບການເຄື່ອນໄຫວພິມຈຳໜ່າຍ ໄດ້ຊີ້ແຈ້ງວ່າ: ກະຊວງຖະແຫຼງຂ່າວ ແລະ ສື່ສານ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ຄະນະກຳມະການປະຊາຊົນແຂວງ, ນະຄອນ ຮັບຜິດຊອບການພິມຈຳໜ່າຍຕາມການແບ່ງຂັ້ນຂອງລັດຖະບານ, ຂ້າພະເຈົ້າສະເໜີວ່າ: ຕ້ອງຊີ້ແຈງຢ່າງລະອຽດວ່າ: ແຂວງຮັບຜິດຊອບຄຸ້ມຄອງຂົງເຂດໃດ, ກະຊວງ, ອົງການທຽບເທົ່າກະຊວງຄຸ້ມຄອງຂົງເຂດໃດ ເພື່ອຫຼີກເວັ້ນການຄຸ້ມຄອງຊ້ຳກັນ, ພາໄປເຖິງເລື່ອງຫຼາຍອົງການຄຸ້ມຄອງສິ່ງພິມດຽວກັນ .”




