logo

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)

2025/11/27 | 11:17:04
(VOVWORLD) - ຈຸດໃໝ່ຂອງຮ່າງກົດໝາຍແມ່ນຂໍ້ກຳນົດໂຄງການໃນເຂດອຸດສາຫະກຳ, ເຂດປຸງແຕ່ງ, ເຂດເສດຖະກິດ ອາດສາມາດໄດ້ຮັບການອອກໃບຢັ້ງຢືນຈົດທະບຽນການລົງທຶນໃນເວລາ 15 ວັນ
ກອງປະຊຸມສະໄໝສາມັນເມື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15
(ພາບ: quochoi.vn)

        ວັນທີ 27 ພະຈິກ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເມື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ). ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງຈຸດໃໝ່ມີລັກສະນະບຸກທະລຸຂອງຮ່າງກົດໝາຍ, ຄື: ການຫຼຸດຜ່ອນ ແລະ ຫັນລະບຽບການເປັນງ່າຍດາຍ, ຮັດແຄບ ແລະ ເຮັດແຈ້ງຂົງເຂດໂຄງການທີ່ຕ້ອງຕົກລົງຮັບຮອງເອົາແຜນນະໂຍບາຍການລົງທຶນ, ຫັນບັນດາຂະແໜງອາຊີບດຳເນີນທຸລະກິດມີເງື່ອນໄຂຢ່າງໂປ່ງໃສ, ຍູ້ແຮງການຈັດແບ່ງຂັ້ນ, ແບ່ງສິດ. ໃນສະພາບ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະຫັນປ່ຽນຢ່າງແຮງ, ບັນຊີເນື້ອໃນຂະແໜງອາຊີບໃຫ້ບຸລິມະສິດລົງທຶນ ຕ້ອງສຸມໃສ່ຫຼາຍທີ່ສຸດຕໍ່ບັນດາຂະແໜງຍຸດທະສາດ, ບຸລິມະສິດເສດຖະກິດພູມປັນຍາ ແລະ ເຕັກໂນໂລຊີສູງ.

        ຈຸດໃໝ່ຂອງຮ່າງກົດໝາຍແມ່ນຂໍ້ກຳນົດໂຄງການໃນເຂດອຸດສາຫະກຳ, ເຂດປຸງແຕ່ງ, ເຂດເສດຖະກິດ ອາດສາມາດໄດ້ຮັບການອອກໃບຢັ້ງຢືນຈົດທະບຽນການລົງທຶນໃນເວລາ 15 ວັນ, ບໍ່ຕ້ອງຂໍແຜນນະໂຍບາຍ ແລະ ໃບອະນຸຍາດກໍ່ສ້າງ.

        ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດກໍ່ໄດ້ປຶກສາຫາລືຮ່າງກົດໝາຍວ່າດ້ວຍປັນຍາປະດິດ.

TAG
VOV/VOVworld/ງ່າ​ຍ​ດາຍ/ຮັດ​ແຄບ/ເຮັດ​ແຈ້ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ