logo

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລືຕາມ​ໜ່ວຍງານ​​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ​ປີ 2026 ແລະ ຫຼາຍ​ບົດ​ລາຍ​ງານ​ສຳ​ຄັນ​ອື່ນໆ

2025/10/21 | 09:50:04
(VOVWORLD) -ສືບຕໍ່ມື້ເຮັດວຽກທີ 2, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 21 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ໄດ້ໃຊ້ເວລາໝົດມື້ເພື່ອປຶກສາຫາລືຢູ່ຕາມໜ່ວຍ. 
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)

ໃນຕອນເຊົ້າ: ສະພາແຫ່ງຊາດ ປຶກສາຫາລືຕາມໜ່ວຍງານກ່ຽວກັບ: ການຕີລາຄາໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2025; ທິດທາງແຜນການພັດທະນາເສດຖະກິດ - ສັງຄົມປີ 2026. ສະພາບການປະຕິບັດງົບປະມານແຫ່ງລັດປີ 2025, ແຜນງົບປະມານແຫ່ງລັດ, ແບບວິທີຈັດແບ່ງງົບປະມານສູນກາງປີ 2026. ໝາກຜົນແຫ່ງການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການ 5 ປີ ໄລຍະ 2021 – 2025: ການພັດທະນາເສດຖະກິດ - ສັງຄົມ; ສ້າງໂຄງປະກອບພືິ້ນຖານເສດຖະກິດຄືນໃໝ່; ການລົງທຶນສາທາລະນະໄລຍະກາງ; ການເງິນແຫ່ງຊາດ ແລະ ເງິນກູ້, ການຊຳລະໜີ້ສິນສາທາລະນະ; ຮ່າງບັນດາແຜນການ: ການເງິນແຫ່ງຊາດໄລຍະ 05 ປີ 2026 – 2030; ການລົງທຶນສາທາລະນະໄລຍະກາງ ໄລຍະ 2026 – 2030…

ຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດ ສືບຕໍ່ປຶກສາຫາລືຕາມໜ່ວຍງານກ່ຽວກັບ: ບັນດາບົດລາຍງານກ່ຽວກັບວຽກງານອາຍຸການ 2021 – 2026 ຂອງປະທານປະເທດ, ລັດຖະບານ; ຮ່າງບົດລາຍງານວຽກງານອາຍຸການຊຸດທີ XV ຂອງສະພາແຫ່ງຊາດ; ບັນດາບົດລາຍງານວຽກງານອາຍຸການຊຸດທີ XV ຂອງຄະນະປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ ແລະ ບັນດາບົດລາຍງານວຽກງານອາຍຸການ 2021 – 2026 ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ.


 

TAG
VOV/VOVworld/ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10/ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊ​ຸດ​ທີ XV

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ