logo

ສະພາແຫ່ງຊາດປຶກສາຫາລືຢູ່ກອງປະຊຸມກ່ຽວກັບຮ່າງກົດໝາຍຫຼາຍ​ສະ​ບັບ

2025/11/17 | 09:27:26
(VOVWORLD) - ວັນທີ 17 ພະຈິກ ທີ່ ຮ່າໂນ້ຍ, ສະພາແຫ່ງຊາດພິຈາລະນາຫຼາຍເນື້ອໃນ, ຄື: ປຶກສາຫາລືຢູ່ກຸ່ມກ່ຽວກັບຮ່າງກົດໝາຍການຈັດເກັບເອກກະສານແຫ່ງຊາດ (ສະບັບປັບປຸງ); ປຶກສາຫາລືມະຕິຂອງສະພາແຫ່ງຊາດກັບບັນດາກົນໄກ, ນະໂຍບາຍສະເພາະໃນການປະຕິບັດມະຕິ ສະບັບເລກທີ 71 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາສຶກສາ ແລະ ບຳລຸງກໍ່ສ້າງ...
ບັນຍາກາດຂອງກອງປະຊຸມ (ພາບ: VOV)

ໂດຍສືບຕໍ່ລາຍການກອງປະຊຸມວິສາມັນຄັ້ງທີ 10, ສະພາແຫ່ງຊາດຊຸດທີ XV, ວັນທີ 17 ພະຈິກ ທີ່ ຮ່າໂນ້ຍ, ສະພາແຫ່ງຊາດພິຈາລະນາຫຼາຍເນື້ອໃນ, ຄື: ປຶກສາຫາລືຢູ່ກຸ່ມກ່ຽວກັບຮ່າງກົດໝາຍການຈັດເກັບເອກກະສານແຫ່ງຊາດ (ສະບັບປັບປຸງ); ປຶກສາຫາລືມະຕິຂອງສະພາແຫ່ງຊາດກັບບັນດາກົນໄກ, ນະໂຍບາຍສະເພາະໃນການປະຕິບັດມະຕິ ສະບັບເລກທີ 71 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາສຶກສາ ແລະ ບຳລຸງກໍ່ສ້າງ; ມະຕິຂອງສະພາແຫ່ງຊາດກ່ຽວກັບບັດດາກົນໄກ, ນະໂຍບາຍເພື່ອປະຕິບັດຢ່າງມີປະສິດຕິຜົນ   ມະຕິສະບັບເລກທີ 72 ຂອງກົມການເມືອງກ່ຽວກັບບາງວິທີການແກ້ໄຂບຸກທະລຸ, ເສີມຂະຫຍາຍການປ້ອງກັນ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ.

ສະພາແຫ່ງຊາດຍັງໄດ້ປຶກສາຫາລື ຢູ່ ທີີ່ກອງປະຊຸມກ່ຽວກັບ: ຮ່າງກົດໝາຍກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍ 10 ສະບັບທີ່ກ່ຽວຂ້ອງເຖິງການຮັກສາຄວາມປອດໄພ, ຄວາມສະຫງົບ; ຮ່າງກົດໝາຍສະບັບປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ ແລະ ອຸດສາຫະກໍາ ແລະ ອື່ນໆ.

TAG
VOV/VOVworld/ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການປັບປຸງ/ເພີ່ມເຕີ່ມບາງມາດຕາຂອງກົດໝາຍ 10 ສະບັບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ