
ພາບປະກອບ
ທ່ານ Truong Van Vo, ສສຊ ແຂວງ ດົ່ງນາຍ ມີຄຳເຫັນດັ່ງນີ້:
“ຂ້າພະເຈົ້າເຫັນວ່າ: ຕ້ອງມີການຄຸ້ມຄອງ, ປົກປັກຮັກສາ, ຂຸດຄົ້ນ, ນຳໃຊ້ແຫຼ່ງນ້ຳ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແລດລ້ອມ. ຂ້າພະເຈົ້າສະເໜີໃຫ້ລັດຖະບານ ຈຶ່ງ ສົ່ງເສີມທຸກອົງການ, ສ່ວນບຸກຄົນ ປະຕິບັດນະໂຍບາຍປະຢັດນ້ຳໃນການນຳໃຊ້ນ້ຳເສດເຫຼືອທີ່ບັນລຸມາດຕະຖານຄືນໃໝ່ ເຂົ້າໃນບັນດາຈຸດປະສົງນຳໃຊ້. ກ່ຽວກັບເລື່ອງສຳຫຼວດພື້ນຖານຊັບພະຍາກອນແຫຼ່ງນ້ຳ ນອກຈາກບັນດາເນື້ອໃນຄືກົດໝາຍໄດ້ກຳນົດແລ້ວ, ຄວນເພີ່ມເຕີມເນື້ອໃນສ້າງແຜນທີ່ກຳນົດເຂດ, ກ່າວເຕືອນມົນລະພິດແຫຼ່ງນ້ຳ. ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສະຫຼຸບໝາກຜົນການສືບສວນຊັບພະຍາກອນແຫຼ່ງນ້ຳ ແລະ ປະກາດໃນແຕ່ລະປີ.”