logo

ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ,ປະສົບການກັບສະພາແຫ່ງຊາດລາວ

2022/7/13 | 10:53:00
(VOVWORLD) -ຕອນບ່າຍວັນທີ 13 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ຊຶ່ງໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 6-14/ກໍລະກົດ
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານຮອງປະທານສະພາແຫ່ງຊາດລາວ ສົມມາດ ພົນເສນາ

     ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວຢືນຢັນວ່າ: ຫວຽດນາມ ແລະ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືການເພີ່ມທະວີ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດກັບ ລາວ ແມ່ນບຸລິມະສິດອັນດັບໜຶ່ງ. ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ,ປະສົບການກັບສະພາແຫ່ງຊາດລາວ

       ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ກໍ່ໄດ້ສະແດງຄວາມປະທັບໃຈ ແລະ ຊົມເຊີຍ ຫວຽດນາມ ໄດ້ຮັບຜົນສຳເລັດໃນໄລຍະຜ່ານມາ, ພິເສດແມ່ນໃນການ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ການຟື້ນຟູ ແລະ ການພັດທະນາ ເສດຖະກິດ-ສັງຄົມ.

ການເຮັດວຽກລະຫວ່າງກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ- ລາວ
(ພາບ: daibieunhandan.vn)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ, ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານຫົວໜ້າກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ ລາວ ລິນຄຳ ດວງສະຫວັນ ມີບັນດາການເຮັດວຽກກັບຫົວໜ້າກຳມາທິການເສດຖະກິດ; ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ.

        ທີ່ການເຮັດວຽກ, ທ່ານຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວຽດນາມ ຫວູຮົ່ງແທັງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຈະເພີ່ມທະວີການຈັດຕັ້ງກອງປະຊຸມສຳມະນາແບ່ງປັນບົດຮຽນກ່ຽວກັບການສ້າງ, ກວດກາກົດໝາຍ, ມະຕິ, ລັດຖະບັນຍັດສະບັບຕ່າງໆຂອງສະແຫ່ງຊາດ; ກວດກາ, ຕິດຕາມກວດກາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດ 2 ປະເທດ.

        ເມື່ອແລກປ່ຽນບົດຮຽນ, ປະສົບການໃນການສ້າງກົດໝາຍ, ຕິດຕາມກວດກາໃນຂົງເຂດເຕັກໂນໂລຊີ, ສິ່ງແວດລ້ອມ, ທ່ານຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ເລກວາງຮຸຍ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງ 2 ກຳມາທິການໃນຂອບເຂດການຮ່ວມມືລວມລະຫວ່າງສະພາແຫ່ງຊາດ 2 ປະເທດ; ພ້ອມແລ້ວທີ່ຈະຮ່ວມມື, ສົມທົບກັນ, ແບ່ງປັນກັບຝ່າຍ ລາວ ກ່ຽວກັບດ້ານວິຊາສະເພາະຂອງວຽກງານກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດໃນຂົງເຂດໂດຍກຳມາທິການພວມຮັບຜິດຊອບ.

TAG
VOV/VOVworld/ເສດ​ຖະ​ກິດ; ວິ​ທະ​ຍາ​ສາດ/ເຕັກ​ໂນ​ໂລ​ຊີ/ສິ່ງ​ແວດ​ລ້ອມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ