logo

ສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາກົດໝາຍຫຼາຍສະບັບ

2025/12/10 | 10:52:13
(VOVWORLD) - ກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ) ກຳນົດອັດຕາພາສີທີ່ມີໄຫວພິບ ຮັບປະກັນສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ ເຊິ່ງຈະມີຜົນສັກສິດແຕ່ວັນທີ 01 ກໍລະກົດ 2026.
ທີ່ກອງປະຊຸມ
(ພາບ: quochoi.vn)

ຕອນເຊົ້າວັນທີ 10 ທັນວາ, ດ້ວຍການເຫັນດີເຫັນພ້ອມສ່ວນຫຼາຍຂອງສະມາຊິກສະພາແຫ່ງຊາດ ຫວຽດນາມ ທີ່ເຂົ້າຮ່ວມ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍ 19 ສະບັບ, ມະຕິ 3 ສະບັບ, ໃນນັ້ນ ມີກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ), ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ), ໝວດມະຕິ, ກົດໝາຍໃນຂົງເຂດການສຶກສາ; ກົດໝາຍວ່າດ້ວຍການປະຢັດ, ຕ້ານການຟູມເຟືອຍ…

ກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ) ກຳນົດອັດຕາພາສີທີ່ມີໄຫວພິບ ຮັບປະກັນສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ ເຊິ່ງຈະມີຜົນສັກສິດແຕ່ວັນທີ 01 ກໍລະກົດ 2026. ແລະກໍ່ຈະມີຜົນສັກສິດໃນວັນທີ 01 ກໍລະກົດ 2026, ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັງປຸງ) ໄດ້ກຳນົດຫຼາຍຈຸດໃໝ່. ທ່ານ ຫງວຽນດັກວິງ, ຫົວໜ້າກຳມາທິການວັດທະນະທຳສັງຄົມຂອງສະພາແຫ່ງຊາດ, ໄດ້ແຈ້ງຂໍ້ມູນວ່າ:

“ກຳນົດແຈ້ງບັນດາຮູບແບບສື່ມວຊົນໃນສະພາບການໃໝ່. ເພີ່ເຕີມບັນດານະໂຍບາຍພັດທະນາສື່ມວນຊົນ ແລະ ແຫຼ່ງກຳລັງປະຕິບັດຈາກກົນໄກການເງິນ ຕະຫຼອດຮອການລົງທຶນພື້ນຖານໂຄງລ່າງ ແລະ ໃຫ້ບຸລິມະສິດພາສີ ຕາມທິດທີ່ມີຄວາມເປັນໄປໄດ້ສູງກວ່າ; ສ້າງຂໍ້ກຳນົດກ່ຽວກັບການເຄື່ອນໄຫວສື່ມວນຊົນທາງອິນເຕີເນັດ, ການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI)… ໃຫ້ສົມບູແບບ”.

ສະພາແຫ່ງຊາດກໍ່ຮັບຮອງເອົາມະຕິກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະ, ລື່ນກາຍຢ່າງເຫັນໄດ້ຊັດເພື່ອປະຕິບັດບາດກ້າວກະໂດດຂັ້ນໃນການພັດທະນາການສຶກສາ ແລະ ບຳລຸງສ້າງ.

TAG
VOV/VOVworld/ຜູ້ອອກແຮງງານ/​ຜົນ​ສັກ​ສິດ/ກົດ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ