logo

ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ເຕີບ​ໂຕ GDP ປີ 2026 ບັນ​ລຸ 10% ຂຶ້ນ​ໄປ

2025/11/13 | 12:58:16
(VOVWORLD) - ຕອນເຊົ້າວັນທີ 13 ພະຈິກ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາເສດຖະກິດສັງຄົມປີ 2026.

ບັນດາສະມາຊິກ ເຂົ້າຮ່ວມກອງປະຊຸມ ຂອງສະພາແຫ່ງຊາດ (ພາບ: ສະພາແຫ່ງຊາດ)

ມະຕິໄດ້ຮັບຮອງເອົາດ້ວຍຄວາມເຫັນດີຂອງ ສສຊ 429 ໃນຈຳນວນ 433 ທ່ານ, ກວມເອົາ 90,51%. ມະຕິກຳນົດເປົ້າໝາຍສັງລວມ ນັ້ນແມ່ນ: ໃຫ້ບຸລິມະສິດການຊຸກຍູ້ການເຕີບໂຕບົນພື້ນຖານຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ…ຈາກເປົ້າໝາຍສັງລວມ, ສະພາແຫ່ງຊາດກຳນົດ 15 ຄາດໝາຍລະອຽດ. ໃນນັ້ນ, ອັດຕາເພີ່ມຍອດຜະລິດຕະພັນພາຍໃນປະເທດ (GDP) ສູ້ຊົນບັນລຸແຕ່ 10% ຂຶ້ນໄປ. GDP ສະເລ່ຍຕໍ່ຫົວຄົນບັນລຸ 5.400 – 5.500 USD. ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍພະນັກງານລັດ, ລັດຖະກອນ. ບັນດາ ສສຊ ໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປະກາດກົດໝາຍສະບັບໃໝ່ເພື່ອສ້າງກອບນິຕິກຳໃຫ້ສົມບູນແບບໃນສະພາບການໃໝ່.

TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ