logo

ສະພາແຫ່ງຊາດເລືອກຕັ້ງບັນດາຕຳແໜ່ງ

2025/11/10 | 09:22:43
(VOVWORLD) - ສະພາແຫ່ງຊາດຕົກລົງເລືອກຕັ້ງທ່ານ ຫງວຽນວັນກວາງ ດຳລົງຕຳແໜ່ງປະທານສານປະຊາຊົນສູງສຸດແຫ່ງ ສສ.ຫວຽດນາມ ອາຍຸການ 2021 – 2026.
ທ່ານປະທານສານປະຊາຊົນສູງສຸດ ຫງວຽນວັນກວາງ ໄດ້ປະຕິບັດພິທີສາບານຕົວຮັບດຳລົງຕຳແໜ່ງ
(ພາບ: quochoi.vn)

       ຕອນເຊົ້າວັນທີ 10 ພະຈິກ, ດ້ວຍບັດເຫັນດີ 440/441 ບັດຂອງສະມາຊິກສະພາແຫ່ງຊາດເຂົ້າຮ່ວມເຫັນດີ, ກວມເອົາ 92,83%, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການເລືອກຕັ້ງປະທານສານປະຊາຊົນສູງສຸດແຫ່ງ ສສ.ຫວຽດນາມ ອາຍຸການ 2021 – 2026. ຕາມນັ້ນແລ້ວ, ສະພາແຫ່ງຊາດຕົກລົງເລືອກຕັ້ງທ່ານ ຫງວຽນວັນກວາງ ດຳລົງຕຳແໜ່ງປະທານສານປະຊາຊົນສູງສຸດແຫ່ງ ສສ.ຫວຽດນາມ ອາຍຸການ 2021 – 2026. ຫຼັງຈາກນັ້ນ, ທ່ານປະທານສານປະຊາຊົນສູງສຸດ ຫງວຽນວັນກວາງ ໄດ້ປະຕິບັດພິທີສາບານຕົວຮັບດຳລົງຕຳແໜ່ງ. ໃນບົດກ່າວຄຳເຫັນພາຍຫຼັງສາບານຕົວເຂົ້າດຳລົງຕຳແໜ່ງ, ທ່ານ ຫງວຽນວັນກາງ ເນັ້ນໜັກວ່າ:

        “ຕັດສິນໃຈ, ເດັດດຽວ ແລະ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ໃນການປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ ກ່ຽວກັບການປະຕິຮູບຕຸລາການ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມ, ສ້າງລະບົບກົດໝາຍໃຫ້ສົມບູນແບບ, ປະກອບສ່ວນສ້າງ ແລະ ຊຸກຍູ້ການພັດທະນາປະເທດຊາດໃນສັງກາດໃໝ່; ຫັນອົງການຈັດຕັ້ງ, ກົງຈັກໃຫ້ກະທັດລັດ, ຮັບປະກັນປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບຮູບແບບສານ 3 ຂັ້ນ”.

        ແລະກໍ່ໃນຕອນເຊົ້າວັນດຽວກັບ, ສະພາແຫ່ງຊາດໄດ້ເລືອກຕັ້ງທ່ານ ໂດ້ວັນຈຽນ, ອະດີດປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ດຳລົງຕຳແໜ່ງຮອງປະທານສະພາແຫ່ງຊາດ.

TAG
VOV/VOVworld/ປະ​ຕິ​ບັດ​/ສາ​ບານ​ຕົວ​/​ດຳ​ລົງ​ຕຳ​ແໜ່ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ