logo

ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິກ່ຽວກັບລັດ ປາແລັດສະຕິນ ໂດຍບໍ່ມີ ຮາມາດສ

2025/9/13 | 07:22:47
(VOVWORLD) - ມະຕິໄດ້ກ່າວປະນາມ ຮາມາດສ, ຮຽກຮ້ອງກຳລັງນີ້ປົດອາວຸດ ແລະ ປ່ອຍຕົວປະກັນທັງໝົດເປັນອິດສະຫຼະ, ພ້ອມກັນນັ້ນ, ກໍ່ກ່າວປະນາມບັນດາການບຸກໂຈມຕີແນໃສ່ສາມັນຊົນໃນວັນທີ 07 ຕຸລາ 2023.
ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ປ່ອນບັດກ່ຽວກັບບັນຫາ ປາແລັດສະຕິນ
(ພາບ: REUTERS/Eduardo Munoz)

        ວັນທີ 12 ກັນຍາ, ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ປ່ອນບັດຮັບຮອງເອົາ “ຖະແຫຼງການ ນິວຢອກ”, ເຊິ່ງເປັນມະຕິເພື່ອຟື້ນຟູມາດຕະການ 2 ລັດລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ - ດ້ວຍເງື່ອນໄຂບໍ່ມີການເຂົ້າຮ່ວມຂອງ ຮາມາດສ. ມີບັດເຫັນດີ 142 ບັດ, ບັດຄ້ານ 10 ບັດ - ໃນນັ້ນມີ ອິດສະຣາແອັນ ແລະ ອາເມລິກາ, ມີບັດຂາວ 12 ບັດ. ມະຕິໄດ້ກ່າວປະນາມ ຮາມາດສ, ຮຽກຮ້ອງກຳລັງນີ້ປົດອາວຸດ ແລະ ປ່ອຍຕົວປະກັນທັງໝົດເປັນອິດສະຫຼະ, ພ້ອມກັນນັ້ນ, ກໍ່ກ່າວປະນາມບັນດາການບຸກໂຈມຕີແນໃສ່ສາມັນຊົນໃນວັນທີ 07 ຕຸລາ 2023. ຖະແຫຼງການຮຽກຮ້ອງໃຫ້ມີການກະທຳລວມໝູ່ ເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ, ກ້າວໄປເຖິງມາດຕະການທີ່ມີຄວາມຍຸຕິທຳ, ສັນຕິພາບ ແລະ ຍືນຍົງ, ອີງໃສ່ການປະຕິບັດມາດຕະການແກ້ໄຂ 2 ລັດຢ່າງມີປະສິດທິຜົນ. ຖະແຫຼງການກໍ່ເຕື້ອງເຖິງຄວາມອາດສາມາດຜັນຂະຫຍາຍ “ຄະນະປະຕິບັດງານສາກົນຊົ່ວຄາວ ເພື່ອຮັກສາສະພາບການເປັນປົກກະຕິ” ຢູ່ ກາຊາ ຕາມການມອບສິດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ແນໃສ່ໜູນຊ່ວຍສາມັນຊົນ ປາແລັດສະຕິນ ແລະ ສ້າງເງື່ອນໄຂເພື່ອໃຫ້ອຳນາດການປົກຄອງ ປາແລັດສະຕິນ ດຳລົງໜ້າທີ່ຮັບປະກັນຄວາມໝັ້ນຄົງ.

TAG
VOV/VOVworld/​ຍຸ​ຕິ​ທຳ/ສັນ​ຕິ​ພາບ/​ ຍືນ​ຍົງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ