logo

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຊ່ວຍ​ເຫຼືອຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກລ​າວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

2021/10/20 | 07:39:30
(VOVWORLD) - ວັນທີ 19 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ມອບເຂົ້າສານຈໍານວນ 5 ໂຕນ ພ້ອມດ້ວຍໝີ່ສຳເລັດຮູບ 500 ແກັດ ໃຫ້ແກ່ ອົງການພຸດທະສາສະໜາສຳພັນ ລາວ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ.
ພິທີມອບ - ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ ອົງການພຸດທະສາສະໜາສຳພັນ ລາວ

ທີ່ພິທີມອບ - ຮັບ, ພະອາຈານ ທິກມິງກວາງ, ກຳມະການສະພາບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ລາວ, ເຈົ້າອາວາດວັດ ເຟິດຕິກ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ ປັດຈຸບັນ, ສະມາຄົມພຸດທະສາສະໜາ ຫວຽດນາມ ກໍພວມສືບຕໍ່ຂົນຂວາຍປຸກລະດົມພຸດທະສາສະນິກກະຊົນໃນທົ່ວປະເທດ ພ້ອມກັບ ພຸດທະສາສະນິກກະຊົນ ຢູ່ ລາວ ສືບຕໍ່ບໍລິຈາກເພື່ອຊ່ວຍເຫຼືອ, ແບ່ງປັນຄວາມຫຍຸ້ງຍາກ ບໍ່ພຽງແຕ່ກັບພະສົງສຳມາເນນ ລາວ ເທົ່ານັ້ນ ຫາກນັບທັງປະຊາຊົນ ລາວ ອີກດ້ວຍ.

        ໂດຍຕາງໜ້າພະສົງສຳມະເນນ ລາວ, ພະມະຫາອາຈານ ບຸນມາ ສີມະວົງ, ຜູ້ຮັກສາການປະທານອົງການພຸດທະສາສະໜາສຳພັນ ລາວ ໄດ້ກ່າວຄຳຂອບໃຈຕໍ່ການຊ່ວຍເຫຼືອຂອງສະມາຄົມພຸດທະສາສະໜາ ຫວຽດນາມ ກໍຄືພະສົງສຳມະເນນ, ພຸດທະສາສະນິກກະຊົນ ຫວຽດນາມ ອາໄສຢູ່ ລາວ ທີ່ຍາມໃດກໍຮ່ວມເດີນທາງພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນ ລາວ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຢູ່ປະເທດນີ້.

ນັກຂ່າວ VOV ປະຈຳ ລາວ.

 

TAG
VOV/VOVworld/ສະມາຄົມພຸດທະສາສະໜາ ຫວຽດນາມ/ອົງການພຸດທະສາສະໜາສຳພັນ ລາວ/ຊ່ວຍ​ເຫຼືອ/ໂຄວິດ - 19

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ