logo

ສະ​ເຫຼີມ​ສະຫຼອງ 10 ປີແຫ່ງວັນ ພິ​ທີ​ກຳ ແລະ ເກ​ມ​ດຶງ​ເຊືອກ ໂດຍ UNESCO ຮັບ​ຮອງ​ແມ່ນ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ ເປັນ​ຕົວ​ແທນ​ຂອງ ມວນ​ມະ​ນຸດ

2025/11/17 | 10:33:34
(VOVWORLD) - ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດນັບຮ້ອຍຄົນ, ລວມມີຜູ້ຕາງໜ້າຂອງບັນດາອົງການ, ອົງການຈັດຕັ້ງສາກົນ, ບັນດານັກຄວບຄຸມ, ນັກຄົ້ນຄວ້າ, ນັກຊ່ຽວຊານ ແລະ ປະຊາຄົມເກັບຮັກສາມໍລະດົກຢູ່ຫຼາຍທ້ອງຖິ່ນ.
ອງປະຊຸມສຳມະນາສາກົນ "ໜຶ່ງທົດສະວັດແຫ່ງການປົກປ້ອງ ແລະ ເສີມຂະຫຍາຍພິທີກຳ ແລະ ເກມດຶງເລືອກ" (ພາບ: VOV)

ໃນສອງວັນທ້າຍອາທິດ (15 – 16 ພະຈິກ), ຢູ່ຮ່າໂນ້ຍ, ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ແລະ ສະມາຄົມມໍລະດົກວັດທະນະທຳ ຫວຽດນາມ ໄດ້ຈັດເຫດການສະເຫຼີມສະຫຼອງ 10 ປີແຫ່ງວັນພິທີກຳ ແລະ ເກມດຶງເຊືອກ ໂດຍອົງການ UNESCO ຮັບຮອງແມ່ນ ມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງ ມວນມະນຸດ. ລາຍການສະເຫຼີມສະຫຼອງລວມມີສອງກິດຈະກຳຫຼັກ. ກອງປະຊຸມສຳມະນາສາກົນ "ໜຶ່ງທົດສະວັດແຫ່ງການປົກປ້ອງ ແລະ ເສີມຂະຫຍາຍພິທີກຳ ແລະ ເກມດຶງເລືອກທີ່ໄດ້ດຳເນີນໃນວັນທີ 15 ພະຈິກ. ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດນັບຮ້ອຍຄົນ, ລວມມີຜູ້ຕາງໜ້າຂອງບັນດາອົງການ, ອົງການຈັດຕັ້ງສາກົນ, ບັນດານັກຄວບຄຸມ, ນັກຄົ້ນຄວ້າ, ນັກຊ່ຽວຊານ ແລະ ປະຊາຄົມເກັບຮັກສາມໍລະດົກຢູ່ຫຼາຍທ້ອງຖິ່ນ. ນີ້ແມ່ນໂອກາດຫວນຄືນ, ເສັ້ນທາງ 10 ປີແຫ່ງການຮັກສາ, ຖ່າຍທອດ ແລະ ເສີມຂະຫຍາຍມຸນຄ່າມໍລະດົກ, ແບ່ງປັນບົດຮຽນປະສົບການໃນການຮ່ວມມື, ປະດິດຄິດສ້າງ ແລະ ປົກປ້ອງມໍລະດົກນາໆຊາດ. ພ້ອມກັນນັ້ນແມ່ນກິດຈະກຳ ພົບປະແລກປ່ຽນ, ການສະແດງພິທິກຳ ແລະ ເກມດຶງເຊືອກທີ່ໄດ້ດຳເນີນໃນວັນທີ 16 ພະຈິກ.

TAG
VOV/VOVworld/UNESCO/ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ