logo

ສະເຫຼີມສະຫຼອງ 25 ປີແຫ່ງວັນ ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982

2019/7/27 | 08:01:05
(VOVWORLD) - ໂດຍຫ່າງຈາກນີ້ 25 ປີ (27/07/1994), ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. 25 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມໃນການປະຕິບັດສົນທິສັນຍາ. 

ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ກຳເນີດໄດ້ເປັນຂີດໝາຍການສ້າງກອບນິຕິກຳສາກົນຮອບດ້ານ, ດັດປັບສິດ ແລະ ພັນທະຂອງບັນດາປະເທດທັງໝົດໃນການນຳໃຊ້ທະເລ, ຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທະເລ ແລະ ອະນຸລັກຮັກສາບັນດາແຫຼ່ງຊັບພະຍາກອນນີ້. ໂດຍແມ່ນປະເທດແຄມທະເລ ທີ່ມີເສັ້ນທາງແຄມຝັ່ງທະເລຍາວກ່ວາ 3260 ກິໂລແມັດ ດ້ວຍເກາະໃຫຍ່ນ້ອຍນັບພັນແຫ່ງ, ໃນນັ້ນ ມີ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ຫວຽດນາມ ມີຜົນປະໂຫຍດຕິດພັນກັບທະເລຫລາຍຢ່າງ. ໂດຍຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສຳຄັນຂອງທະເລ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນວິວັດການເຈລະຈາສ້າງສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ແລະ ມີຄວາມມານະພະຍາຍາມຫລາຍຢ່າງໃນການປະຕິບັດສົນທິສັນຍາ; ຍາມໃດກໍ່ຍົກສູງສະຕິ ແລະ ຈຸດໝາຍຂອງສົນທິສັນຍາ, ພ້ອມທັງມີບັນດາການກະທຳແທດຈິງ ເພື່ອປະກອບສ່ວນເຂົ້າໃນການປະຕິບັດສົນທິສັນຍາ. ດ້ວຍແຜນນະໂຍບາຍສະເໝີຕົ້ນສະເໝີປາຍຜ່ານບັນດາມາດຕະການສັນຕິພາບເພື່ອແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຢູ່ທະເລ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ ໃນການນຳໃຊ້ສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຢ່າງມີປະສິດທິຜົນ.  ໃນສະພາບການຂັດແຍ້ງສັບສົນຄືປັດຈຸບັນຢູ່ທະເລຕາເວັນອອກ, ເລື່ອງເຄົາລົບສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຢ່າງຄົບຖ້ວນ ຍິ່ງມີບົດບາດສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ພາກພື້ນ.

TAG
VOV/VOVworld/ສະເຫຼີມສະຫຼອງ/ສັດຕະຍາບັນ/ສົນທິສັນຍາ/ສະຫະປະຊາຊາດ/1982

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ