logo

ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ

2025/10/15 | 08:36:17
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ, ເພື່ອໃຫ້ກະສິກຳບຸກທະລຸ, ຊົນນະບົດຮັ່ງມີສວຍງາມ, ຊາວກະສິກອນມີຄວາມຜາສຸກ, ຕ້ອງຖືຊາວກະສິກອນເປັນໃຈກາງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ (14 ຕຸລາ 1930 – 14 ຕຸລາ 2025), ຕອນບ່າຍວັນທີ 14 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະກັບຜູ້ຕາງໜ້າຊາວກະສິກອນ ຫວຽດນາມ ດີເດັ່ນ, ນັກວິທະຍາສາດຂອງຊາວກະສິກອນປີ 2025 ຈຳນວນ 95 ຄົນ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ, ເພື່ອໃຫ້ກະສິກຳບຸກທະລຸ, ຊົນນະບົດຮັ່ງມີສວຍງາມ, ຊາວກະສິກອນມີຄວາມຜາສຸກ, ຕ້ອງຖືຊາວກະສິກອນເປັນໃຈກາງ. ຊາວກະສິກອນແຕ່ລະຄົນຕ້ອງແມ່ນຜູ້ນຳໜ້າໃນແນວຮົບຄວາມໝັ້ນຄົງດ້ານສະບຽບອາຫານ; ແມ່ນນັກທຸລະກິດຂອງເຂດທົ່ງນາ; ເປັນເຈົ້າກຳລ້ຽງດູສີສັນວັດທະນະທຳ ຫວຽດນາມ ໃນກະແສຂອງການເຊື່ອມໂຍງ.

        ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ, ຕ້ອງນຳວິທະຍາສາດ - ເຕັກໂນໂລຊີເຂົ້າໃຈກາງຂອງການຜະລິດ. ວິສາຫະກິດ, ສະຫະກອນຮ່ວມເດີນທາງພ້ອມກັບຊາວກະສິກອນ ເພື່ອຫັນຂັ້ນຕອນເປັນມາດຕະຖານ, ມີຄຸນນະພາບ, ຕອບສະໜອງບັນດາມາດຕະຖານຂອງຕະຫຼາດຮຽກຮ້ອງຕ້ອງມີຄຸນນະພາບສູງ; ຫັນບັນດາຜະລິດຕະພັນກະສິກຳເປັນຫຼາຍຮູບຫຼາຍແບບ, ເປີດກວ້າງຕະຫຼາດກະສິກຳ ຫວຽດນາມ, ພັດທະນາກະສິກຳສີຂຽວ - ໝູນວຽນ - ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

        ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ ສະມາຄົມຊາວກະສິກອນປະກອບສ່ວນສ້າງຊົນນະບົດ ຫວຽດນາມ ສີວິໄລ, ມີວຽກເຮັດງານທຳແບບຍືນຍົງ, ມີສິ່ງແວດລ້ອມສະອາດ.

TAG
VOV/VOVworld/ແນວ​ຮົບ/​ຄວາມ​ໝັ້ນ​ຄົງ​/ສະ​ບຽບ​ອາ​ຫານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ