logo

ສະ​ເຫຼີມ​ສະຫຼອງ ວັນ​ຄູ​ຫວຽດ​ນາມ 20 ພະ​ຈິກ

2025/11/17 | 11:28:58
(VOVWORLD) - ຕອນເຊົ້າວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ຈັດພິທີສະເຫຼີມສະຫຼອງ ວັນຄູຫວຽດນາມ (20 ພະຈິກ) ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງການສຶກສາຄັ້ງທີ VIII (2025 - 2030).

 ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເລືອງເກື່ອງຊີ້ແຈ້ງວ່າ ຜ່ານໄລຍະ 80 ປີຜ່ານມາ, ນັບແຕ່ເວລາ ປະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ, ການສຶກສາຍາມໃດກໍ່ຮ່ວມເດີນທາງພ້ອມກັບປະຊາຊົນ ແລະ ປະຫວັດສາດຂອງປະເທດຊາດ. ທ່ານປະທານປະເທດ ສະເໜີຂະແໜງການສຶກສາ ສືບຕໍ່ເຊື່ອມຊືມຢ່າງເລິກເຊິ່ງ ແນວທາງ, ແຜນນະໂຍບາຍ, ທັດສະນະຂອງພັກ, ແນວຄິດໂຮ່ຈີມິນກ່ຽວກັບການສຶກສາ - ບຳລຸງສ້າງ ແລະ ໃນຄັ້ງຫຼ້າສຸດແມ່ນມະຕິເລກທີ 71 ຂອງກົມການເມືອງກ່ຽວກັບການພັດທະນາການສຶກສາ ແລະ ບຳລຸງສ້າງ, ສຸມໃສ່ບູລະນະບັນດາຂໍ້ກຳນົດດ້ານກົດໝາຍເພື່ອແກ້ໄຂຈຸດອຸດຕັນ, ຂໍ້ຕິດຂັດກ່ຽວກັບລະບອບລະບຽບການ, ກົນໄກ, ນະໂຍບາຍຢ່າງທັນການ, ຊຸກຍູ້ນະວັດຕະກຳ ແລະ ຂໍ້ລິເລີ່ມພັດທະນາການສຶກສາ ແລະ ບຳລຸງສ້າງ. ທ່ານປະທານປະເທດ ເລືອງເກື່ອງ ສະເໜີວ່າ:

ຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍຄູສອນຢ່າງມີປະສິດທິຜົນ, ສ້າງນະໂຍບາຍສອດຄ່ອງເພື່ອລະດົມຜູ້ມີຄວາມເກັ່ງກ້າ ຢູ່ນອກກຳລັງຄູສອນເຂົ້າຮ່ວມການສິດສອນ, ຝືກອົບຮົບໃຫ້ແກ່ບັນດາໂຮງຮຽນ. ຢຶດໝັ້ນກັບການສ້າງວັດທະນະທຳໂຮງຮຽນ, ວັດທະນະທຳທີ່ມີຄຸນນະພາບ, ການຮຽນຕົວຈິງ, ການຝືກງານໃນຕົວຈິງຕິດພັນກັບຄວາມຮັບຜິດຊອບເປັນແບບຢ່າງຂອງຖັນແຖວຄູສອນ. ເພີ່ມທະວີການສຶກສາຄຸນສົມບັດ, ພູມປັນຍາ, ສຸຂະພາບ, ຄວາມງາມຢ່າງຮອບດ້ານ ສ້າງລະບົບຄຸນຄ່າຊາວຫວຽດນາມໃນສະໄໝໃໝ່. ສິ່ງສຳຄັນທີ່ສຸດໃນການສຶກສານັ້ນແມ່ນການສຶກສາກ່ຽວກັບຄຸນສົມບັດ, ການສ້າງຄົນຕ້ອງເລີ່ມຕົ້ນຈາກບຸກຄະລິກກະພາບ, ຫຼັງຈາກນັ້ນຈຶ່ງຮອດການສຶກສາກ່ຽວກັບຄວາມຮູ້ ແລະ ທັກສະ.

ໃນໂອກາດນີ້, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ມອບທຸງແຂ່ງຂັນຂອງກະຊວງການສຶກສາ ແລະ ບຳລຸງສ້າງໃຫ້ແກ່ 11 ໝູ່ຄະນະທີ່ມີຜົນງານດີເດັ່ນ, ມອບໃບຍ້ອງຍໍໃຫ້ແກ່ 12 ໝູ່ຄະນະ ແລະ 12 ສ່ວນບຸກຄົນມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ “ປ່ຽນແປງໃໝ່ການຄວບຄຸມ, ສິດສອນ ແລະ ການຮຽນຢ່າງມີຫົວຄິດປະດິດສ້າງ” ໄລຍະ 2020  - 2025. ພ້ອມທັງປຸກລະດົມຂະບວນການແຂ່ງຂັນຂອງຂະແໜງການສຶກສາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດຊາດ ໄລຍະ 2025 – 2030.

TAG
VOV/VOVworld/ວັນ​ຄູ​ຫວຽດ​ນາມ/ຄູ​ສອນ/ການ​ສຶກ​ສາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ