logo

ສາ​ກົນ​ສືບ​ຕໍ່​​ຄັດ​ຄ້ານ ແລະ ກໍ່​ກຳ​ລັງ​ດັນ​ຕໍ່ ອິດ​ສະ​ຣາ​ແອັນ ໃນ​ບັນ​ຫາ ກາ​ຊາ

2025/9/28 | 10:50:37
(VOVWORLD) -  ກຳລັງປ້ອງກັນ ອິດສະຣາແອັນ (IDF) ປະກາດວ່າ ທະຫານປະເທດນີ້ ໄດ້ຄວບຄຸມເນື້ອທີ່ນະຄອນ ກາຊາ ກ່ວາເຄິ່ງໜຶ່ງ ພາຍຫຼັງທີ່ພົນລະເມືອງກ່ວາ 800.000 ຄົນ ໃນຈຳນວນ 1 ລ້ານຄົນຢູ່ທີ່ນີ້ ໄດ້ອົບພະຍົມຈາກພາກພື້ນນີ້.
Smoke rises during an Israeli military operation in Gaza City, as seen from the central Gaza Strip September 27, 2025. Photo: REUTERS/Mahmoud Issa

   ວັນທີ 27 ກັນຍາ, ບັນດາປະເທດໃນພາກພື້ນ ແລະ ໂລກ ສືບຕໍ່ກ່າວປະນາມ ແລະ ຄັດຄ້ານບັ້ນການທະຫານທີ່ ອິດສະຣາແອັນ ພວມດຳເນີນໄປຢູ່ເຂດ ກາຊາ, ຊຸກຍູ້ປະຊາຄົມໂລກ ຕ້ອງມີການກະທຳອັນຂ້ຽວຂາດເພື່ອຢຸດຕິການປະທະກັນ.

   ໃນການແບກປ່ຽນທາງໂທລະສັບກັບທ່ານ Pedro Sanchez, ນາຍົກລັດຖະມົນຕີ ແອັດສະປາຍ, ທ່ານ Recep Tayyip Erdogan, ນາຍົກລັດຖະມົນຕີ ຕວກກີ ຖືວ່າ ລັດຖະບານ ອິດສະຣາແອັນ ບໍ່ມີເຈດຕະນາເດີນຕາມສັນຕິພາບ ແລະ ສ່ວນທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາແອັນ ຍາມໃດກໍ່ຊອກຫາວິທີທຳລາຍບັນດາຄວາມມານະພະຍາຍາມສ້າງສັນຕິພາບ. ໃນຂະນະນັ້ນ, ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫ່ຍ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ກ່າວຫາ ອິດສະຣາແອັນ ພວມຊອກຫາວິທີທຳລາຍທົ່ວເຂດຕາເວັນອອກກາງ.

    ກ່ຽວກັບສະພາບການຢູ່ເຂດ ກາຊາ, ວັນທີ 27 ກັນຍາ, ກຳລັງປ້ອງກັນ ອິດສະຣາແອັນ (IDF) ປະກາດວ່າ ທະຫານປະເທດນີ້ ໄດ້ຄວບຄຸມເນື້ອທີ່ນະຄອນ ກາຊາ ກ່ວາເຄິ່ງໜຶ່ງ ພາຍຫຼັງທີ່ພົນລະເມືອງກ່ວາ 800.000 ຄົນ ໃນຈຳນວນ 1 ລ້ານຄົນຢູ່ທີ່ນີ້ ໄດ້ອົບພະຍົມຈາກພາກພື້ນນີ້.
TAG
VOV/VOVworld/ສາ​ກົນ​ສືບ​ຕໍ່​​ຄັດ​ຄ້ານ ແລະ ກໍ່​ກຳ​ລັງ​ດັນ​ຕໍ່ ອິດ​ສະ​ຣາ​ແອັນ ໃນ​ບັນ​ຫາ ກາ​ຊາ/ກຳລັງປ້ອງກັນ ອິດສະຣາແອັນ (IDF)

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ