logo

ສ້າງ​ຊອບ​ແວ​ແຈ້ງ​ເຕືອນຊາວ​ປະ​ມົງ​ປ​ະ​ກອບ​ເອ​ກະ​ສານເພີ່ມ​ເຕີມ​ໃຫ້​ແກ່​ເຮືອ​ຫາ​ປາ​ກ່ອນ​ຈະ​ອອກນອກ​ຝັ່ງ

2025/12/24 | 07:54:00
(VOVWORLD) -  ອາທິດຜ່ານມາ, ທາງແຂວງກໍປະຕິບັດສຳເລັດການກວດກາຢັ້ງຢືນ ແລະ ປັບໄໝເຮືອຫາປາ 3 ລຳທີ່ລະເມີດລະບຽບການບໍລິຫານ, ອົງການເຈົ້າໜ້າທີ່ພວມກວດກາຢັ້ງຢືນເຮືອຫາປາ 2 ລຳທີ່ຂາດສັນຍານຕິດຕໍ່.
ເຮືອຫາປາຂອງຊາວປະມົງແຂວງ ກວາງຈິ (ພາບ: VOV)

ໂດຍຕ້ານການຂຸດຄົ້ນ IUU (ການເຄື່ອນໄຫວຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ) ຢ່າງຂ້ຽວຂາດ, ແຂວງ ກວາງຈິ ບໍ່ພຽງແຕ່ຮັດແໜ້ນການກວດກາຈາກທ່າເຮືອຫາປາ ໄປຮອດເຂດຫາປາເທົ່ານັ້ນ, ຫາກຍັງເພີ່ມທະວີການຕິດຕາມກວດກາອີກດ້ວຍ, ບໍ່ໃຫ້ບັນດາເຮືອຫາປາທີ່ບໍ່ມີເງື່ອນໄຂຄົບຖ້ວນອອກເຄື່ອນໄຫວຢູ່ນອກຝັ່ງ.

        ອາທິດຜ່ານມາ, ທາງແຂວງກໍປະຕິບັດສຳເລັດການກວດກາຢັ້ງຢືນ ແລະ ປັບໄໝເຮືອຫາປາ 3 ລຳທີ່ລະເມີດລະບຽບການບໍລິຫານ, ອົງການເຈົ້າໜ້າທີ່ພວມກວດກາຢັ້ງຢືນເຮືອຫາປາ 2 ລຳທີ່ຂາດສັນຍານຕິດຕໍ່.

        ທ່ານ ຟ້າມດຶກຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຮວ່າແຈັກ, ແຂວງ ກວາງຈິ (ເມືອງ ກວາງແຈັກ, ແຂວງ ກວາງບິ່ງ ເກົ່າ), ສະເໜີວ່າ:

        “ສະເໜີໃຫ້ຊີ້ນຳບັນດາສູນລົງທະບຽນ, ກວດກາເຕັກນິກ ກໍສາມາດປະກອບເພີ່ມຊອບແວໜຶ່ງເພື່ອສົ່ງຂໍ້ມູນເຖິງບັນດາເຈົ້າຂອງເຮືອຫາປາ ຄືດັ່ງຢູ່ບັນດາສູນກວດກາເຕັກນິກກົນຈັກອື່ນ. ປະມານ 10 ວັນ ກ່ອນທີ່ເອກະສານຈະໝົດກຳນົດເວລາແມ່ນ ຈະສົ່ງແຈ້ງການລະອຽດເຖິງບັນດາເຈົ້າຂອງເຮືອນັ້ນ”.


TAG
VOV/VOVworld/ການຂຸດຄົ້ນ IUU/ເຮືອ​ຫາ​ປາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ