logo

ສ້າງທ່ວງ​ທ່າ​ເພື່ອ​ໃຫ້​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

2025/10/20 | 10:41:18
(VOVWORLD) -   ເມື່ອສະເໜີບົດລາຍງານລັດຖະບານຢູ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນສະພາບການມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ເລື່ອງຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2025 ແລະ ແຜນການ 5 ປີ 2021  2025 ຍັງສາມາດບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ. ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້, ລັດຖະບານ ຫວຽດນາມ ສືບຕໍ່ມີຄວາມຕັດສິນໃຈສູງກວ່າ, ມານະພະຍາຍາມຫຼາຍກວ່າເພື່ອປະຕິບັດສຳເລັດບັນດາເປົ້າໝາຍເສດຖະກິດ - ສັງຄົມປີ 2025 ແລະ ໄລຍະ 2026  2030.

  ກ່ຽວກັບສະພາບການເສດຖະກິດປີ 2025 ແລະ ແຜນການ 5 ປີ 2021 – 2025, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນສະພາບການທົ່ວໂລກ ແລະ ພາຍໃນປະເທດມີສິ່ງທ້າທາຍຫຼາຍກວ່າກາລະໂອກາດ ແລະ ຄວາມສະດວກນັ້ນ, ແຕ່ດ້ວຍຄວາມຕັດສິນໃຈຢ່າງສູງ, ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ການກະທໍຳຢ່າງຂ້ຽວຂາດ, ບັນດາເປົ້າໝາຍເສດຖະກິດສັງຄົມລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍຄາດໝາຍທີ່ໄດ້ວາງອອກ, ສ້າງທ່ວງທ່າໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາໃນອາຍຸການຈະມາເຖິງປີ 2026 – 2030, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ລາຍງານລັດຖະບານຢູ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 10 (ພາບ: VGP)

       ຫຼາຍໝາກຜົນພົ້ນເດັ່ນ

        ບົດລາຍງານຊີ້ແຈ້ງວ່າ ໄລຍະ 2021 – 2025, ຫວຽດນາມ ບັນລຸໄດ້ ແລະ ລື່ນກາຍ 22/26 ຄາດໝາຍເສດຖະກິດ - ສັງຄົມຕົ້ນຕໍ, ໃນນັ້ນ ລື່ນກາຍທຸກຄາດໝາຍກ່ຽວກັບສັງຄົມ, ການໜູນຊ່ວຍສັງຄົມ. GDP 2025 ຄາດວ່າເພີ່ມຂຶ້ນສູງກວ່າ 8%; ສະເລ່ຍໄລຍະ 2021 – 2025 ເພີ່ມຂຶ້ນ 6,3%, ສູງກວ່າອາຍຸການກ່ອນ (6,2%). ໃນນັ້ນ ມີຫຼາຍໝາກຜົນພົ້ນເດັ່ນ.

        ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ນຳດັດຊະນີປະດິດຄິດສ້າງທົ່ວໂລກປີ 2025 ຂອງ ຫວຽດນາມ ຈັດເຂົ້າໃນອັນດັບທີ 44/139 ປະເທດ ແລະ ເຂດແຄວ້ນ. ບັນດາຂົງເຂດວັດທະນະທຳ, ສັງຄົມ, ບັນດານະໂຍບາຍສຳລັບຜູ້ມີຄຸນງາມຄວາມດີ, ການໜູນຊ່ວຍສັງຄົມ, ການຫຼຸດຜ່ອນຄວາມທຸກຍາກໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ ແລະ ບັນລຸໄດ້ຫຼາຍໝາກຜົນພົ້ນເດັ່ນ ດ້ວຍຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກຢູ່ເບື້ອງຫຼັງ”. ຂົງເຂດວັດທະນະທຳ, ມີ 10 ມໍລະດົກວັດທະນະທຳຂອງ ຫວຽດນາມ ໂດຍອົງການ UNESCO ໄດ້ຮັບຮອງເອົາ ແລະ ຈົດຊື່ ນາມມະຍົດ. ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2026 – 2028 ດ້ວຍຈຳນວນບັດສະໜັບສະໜູນສູງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ:

        “ໝາກຜົນບັນລຸໄດ້ຂອງປີ 2025 ແລະ ໄລຍະ 2021 2025 ແມ່ນສິ່ງທີ່ໜ້າເຄົາລົບ ແລະ ເອກອ້າງທະນົງໃຈ; ປີຕໍ່ໄປດີກວ່າປີກ່ອນ, ອາຍຸການນີ້ດີກວ່າອາຍຸການກ່ອນໃນເກືອບທຸກຂົງເຂດ. ການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນແມ່ນຈຸດພົ້ນເດັ່ນ; ການທູດເສດຖະກິດບັນລຸໄດ້ຫຼາຍໝາກຜົນ; ຄວາມໄວ້ວາງໃຈ ແລະ ທີ່ຕັ້ງສາກົນຂອງ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນ. ຜ່ານນັ້ນ, ກໍ່ສືບຕໍ່ສ້າງທ່ວງທ່າປ່ຽນແປງໃໝ່; ສ້າງທ່ວງທ່າພັດທະນາຢ່າງວ່ອງໄວ, ຍືນຍົງ; ສ້າງກຳລັງໜູນພັດທະນາກວມລວມ, ຮອບດ້ານ; ສ້າງບັນຍາກາດກ້າວເຂົ້າສູ່ສັງກາດໃໝ່”

        ໄປຄຽງຄູ່ບັນດາໝາກຜົນທີ່ບັນລຸໄດ້, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ນັບແຕ່ນີ້ຮອດທ້າຍປີ, ລັດຖະບານຈະສືບຕໍ່ປະຕິບັດຢ່າງຂ້ຽວຂາດຕໍ່ກັບບັນດາມາດຕະການຊຸກຍູ້ການເຕີບໂຕກວ່າ 8%; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງໃຫ້ແກ່ໂຄງການທີ່ຍັງຄົງຄ້າງແກ່ຍາວ; ສູ້ຊົນເບີກຈ່າຍງົບປະມານ 100% ແຜນການລົງທຶນສາທາລະນະ; ສືບຕໍ່ສຳຫຼວດກວດຄືນ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢ່າງມີປະສິດທິຜົນ. ປະຕິບັດວຽກງານໜູນຊ່ວຍຊີວິດສັງຄົມໃຫ້ເປັນຢ່າງດີ, ລະດົມທຸກແຫຼ່ງກຳລັງແກ້ໄຂຜົນຮ້າຍທີ່ຕາມມາຈາກໄພທຳມະຊາດ, ພາຍຸນ້ຳຖ້ວມຢ່າງທັນການ.

ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕຕິດພັນກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ

        ກ່ຽວຂ້ອງເຖິງແຜນການພັດທະນາເສດຖະກິດ - ສັງຄົມປີ 2026, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ:


        “ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຍົກສູງຄວາມເປັນເຈົ້າທາງຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບພັດທະນາ, ຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ຫັນເປັນຕົວເມືອງ. ຈັດຕັ້ງກົງຈັກໃຫ້ມີສະຖຽນລະພາບ, ສ້າງພື້ນຖານບໍລິຫານທັນສະໄໝ, ອັດສະລິຍະ, ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ. ຍູ້ແຮງການສ້າງ, ປັບປຸງກົນໄກພັດທະນາຢ່າງຄົບຊຸດ. ບຸກທະລຸຢ່າງແຮງໃນການສ້າງໂຄງປະກອບພື້ນຖານໂຄງລ່າງເສດຖະກິດ - ສັງຄົມ. ປະຕິບັດການຊ່ວຍໜູນຊີວິດສັງຄົມໃຫ້ເປັນຢ່າງດີ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ສືບຕໍ່ປະຕິບັດການຍົກສູງປະສິດທິຜົນຂອງວຽກງານພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ສ້າງເງື່ອນໄຂສະດວກ, ດຶງດູດບັນດາແຫຼ່ງກຳລັງເພື່ອຮັບໃຊ້ການພັດທະນາປະເທດຊາດ, ປັບປຸງ ແລະ ຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງສາກົນຂອງ ຫວຽດນາມ”.

        ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເປັນພິເສດເຖິງໜ້າທີ່ພັດທະນາແຫຼ່ງບຸກຄະລາກອນທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນໃນບັນດາຂະແໜງວິທະຍາສາດ, ເຕັກໂນໂລຢີສູງ ແລະ ເຕັກໂນໂລຢີພື້ນຖານຄື ເອເລັກໂຕນິກ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ການຄຸ້ມຄອງບໍລິຫານແບບອັດສະລິຍະ, ວິທະຍາສາດພື້ນຖານ ແລະ ບັນດາຂົງເຂດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຖືນີ້ແມ່ນກຳລັງໜູນແກ່ນສານໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ.

        “ຊຸກຍູ້ການສອນ ແລະ ການຮຽນປັນຍາປະດິດໃນໂຮງຮຽນມັດທະຍົມ, ພັດທະນາບັນດາໂຮງຮຽນມະຫາວິທະຍາໄລແຫ່ງຊາດ, ຮາກຖານການສຶກສາມະຫາວິທະຍາໄລ ແລະ ບັນດາຮາກຖານສອນວິຊາຊີບທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃໝ່. ບຳລຸງສ້າງນັກວິສະວະກອນ 100.000 ຄົນ ໃນຂົງເຂດຊິບເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ໂດຍໄວ, ຜັນຂະຫຍາຍບັນດາໂຄງການ, ແຜນຮ່າງຄົ້ນຄວ້າວິທະຍາສາດບຸກທະລຸ, ສຸມໃສ່ 11 ກຸ່ມຂະແໜງເຕັກໂນໂລຢີສູງ ແລະ ຍຸດທະສາດ”.

        ພ້ອມດຽວກັນນັ້ນ, ກໍ່ນຳສູນການເງິນສາກົນຢູ່ນະຄອນ ໂຮ່ຈີມິນ, ດ່າໜັງ ແລະ ບັນດາເຂດການຄ້າເສລີລຸ້ນໃໝ່ຢູ່ບາງທ້ອງຖິ່ນເຂົ້າເຄື່ອນໄຫວ ແລະ ເສີມຂະຫຍາຍປະສິດທິຜົນໂດຍໄວ.

         ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ອາຍຸການຜ່ານມາແມ່ນການລວມຍອດຂອງບັນດາຄຸນທາດອັນໝັ້ນແກ່ນ, ພູມປັນຍາປະດິດຄິດສ້າງ, ແມ່ນຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ເພື່ອສ້າງຂີດໝາຍຢ່າງເລິກເຊິ່ງເຂັ້ມຂຸ້ນໃນວິວັດການພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ກ້າວເຂົ້າສູ່ໄລຍະໃໝ່, ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ດ້ວຍກຳລັງແຮງມະຫາສາມັກຄີ ແລະ ຂະບວນການນະວັດຕະກຳ, ຄວາມຄາດຫວັງບືນຕົວຂຶ້ນນັ້ນ, ລັດຖະບານຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຍາດແຍ່ງທຸກກາລະໂອກາດ, ພັດທະນາເສດຖະກິດ - ສັງຄົມ, ສູ້ຊົນປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກໃນປີ 2025 ແລະ ໄລຍະ 2026 – 2030 ດ້ວຍໝາກຜົນສູງທີ່ສຸດ./.

TAG
VOV/VOVworld/​ບົດ​ລາຍ​ງານລັດ​ຖະ​ບານ​ຢູ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10/ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ