logo

ສ້າງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ແມ່ນ​ສູນ​ການ​ເມືອງ - ການບໍ​ລິ​ຫານ​ແຫ່ງ​ຊາດ​ທີ່​ສຳ​ຄັນທີ່​​ສຸດ

2026/3/20 | 08:39:14
(VOVWORLD) -  ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫາກໍປະກາດໃຊ້ມະຕິຂອງກົມການເມືອງວ່າດ້ວຍ “ການສ້າງ ແລະ ພັດທະນານະຄອນຫຼວງ ຮ່າໂນ້ຍ ໃນສັງກາດໃໝ່”. 
ແມ່ນ້ຳ ແດງ ໄດ້ຮັບຖືວ່າແມ່ນເສັ້ນທາງສີຂຽວທີ່ສຳຄັນຂອງ ຮ່າໂນ້ຍ (ພາບ: VOV)

ມະຕິໄດ້ວາງອອກ 5 ທັດສະນະພັດທະນາຂອງນະຄອນຫຼວງໃນໄລຍະຈະມາເຖິງ, ໃນນັ້ນ, ຢັ້ງຢືນ ນະຄອນຫຼວງ ຮ່າໂນ້ຍ ແມ່ນສູນການເມືອງ - ການບໍລິຫານແຫ່ງຊາດທີ່ສຳຄັນທີ່ສຸດ; ແມ່ນສູນສ້າງສາ, ສວມບົດບາດນຳພາ, ກຳນົດຮູບແບບ ແລະ ຈິນຕະນາການພັດທະນາໃໝ່…

        ມະຕິສະບັບດັ່ງກ່າວວາງອອກບັນດາເປົ້າໝາຍ, ຮອດປີ 2035, ນະຄອນຫຼວງ ຮ່າໂນ້ຍ ກາຍເປັນຕົວເມືອງສີຂຽວ, ອັດສະລິຍະ, ທັນສະໄໝ; ເຕົ້າໂຮມບັນດາຈຸດຍອດຍິ່ງຂອງວັດທະນະທຳ, ເຊື່ອມໂຍງສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ; ມີກຳລັງຄວາມສາມາດແກ້ງແຍ້ງສູງ, ການເມືອງ - ສັງຄົມມີສະຖຽນລະພາບ, ເປັຍນະ ຄອນທີ່ສະຫງົບ, ປະຊາຊົນມີຄວາມຜາສຸກ, ກາຍເປັນຈຸດໝາຍປາຍທາງທີ່ປອດໄພ, ເປັນມິດສະໜິດສະໜົມ ແລະ ດູດດື່ມ. ຮອດປີ 2045, ຮ່າໂນ້ຍ ຈະກາຍເປັນສູນນະວັດຕະກຳທີ່ສຳຄັນຂອງພາກພື້ນ ອາຊີ - ປາຊີຟິກ, ບ່ອນເຕົ້າໂຮມພູມປັນຍາ ແລະ ເຕັກໂນໂລຢີ; ພື້ນຖານໂຄງລ່າງ, ການຄຸ້ມຄອງບໍລິຫານຕົວເມືອງທີ່ທັນສະໄໝ; ການດຳລົງຊີວິດຂອງປະຊາຊົນມີຄຸນນະພາບສູງກວ່າ; ສັງຄົມອັດສະລິຍະ, ປອດໄພ, ໜ້າຢູ່, ມີຄວາມຜາສຸກ. ມຸ່ງໄປເຖິງ 100 ປີແຫ່ງວັນປົດປ່ອຍນະຄອນຫຼວງ (1954 – 2054) ແລະ ຮອດປີ 2065: ນະຄອນຫຼວງ ຮ່າໂນ້ຍ ແມ່ນນະຄອນທົ່ວໂລກ, ມີລະດັບພັດທະນາສູງ ແລະ ຍືນຍົງ; ຕິດໃນກຸ່ມບັນດານະຄອນຫຼວງມີຄຸນນະພາບຊີວິດ ແລະ ຄວາມຜາສຸກສູງໃນໂລກ.  


TAG
VOV/VOVworld/ຮ່າ​ໂນ້ຍ ແມ່ນ​ສູນ​ການ​ເມືອງ - ການບໍ​ລິ​ຫານ​ແຫ່ງ​ຊາດ​ທີ່​ສຳ​ຄັນທີ່​​ສຸດ/ຄຸນນະພາບຊີວິດ ແລະ ຄວາມຜາສຸກສູງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ