logo

ສ້າງ​ນະ​ໂຍ​ບາຍ​ກົດ​ໝາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ໃຫ້​ສົມ​ບູນ​ແບບ

2025/10/31 | 10:23:57
(VOVWORLD) - ໃນຂອບເຂດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ທີ່ພວມດຳເນີນຢູ່ ຮ່າໂນ້ຍ, ຕອນເຊົ້າວັນທີ 31 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງການຍື່ນໃບສະເໜີ, ບົດລາຍງານການສືບສວນ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນ ມີກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ.
ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ຈະພິຈາລະນາຮັບຮອງເອົາຮ່າງກົດໝາຍສຳຄັນຫຼາຍສະບັບ (ພາບ: quochoi.vn)

ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ໄດ້ຮັບການສ້າງຂຶ້ນບົນພື້ນຖານການລວບລວມຂໍ້ກຳນົດຂອງກົດໝາຍວ່າດ້ວຍຄວາມປອດໄພດ້ານຂໍ້ມູນຂ່າວສານທາງໄຊເບີ ປີ 2015 (ສະບັບປັບປຸງ, ເພີ່ມເຕີມປີ 2018) ແລະ ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີປີ 2018, ໃນນັ້ນ ໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບບັນດາບັນຫາຮີບດ່ວນທີ່ເກີດຂຶ້ນໃໝ່, ສົ່ງຜົນກະທົບຢ່າງໜັກໜ່ວງເຖິງຊີວິດສັງຄົມ ຍ້ອນການພັດທະນາຢ່າງກະໂດດຂັ້ນຂອງວິທະຍາສາດ, ເຕັກໂນໂລຢີໃນຍຸກສະໄໝໃໝ່. ທ່ານ ຕະດິ່ງທີ, ຄະນະສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ:

“ບັນດາເປົ້າໝາຍສໍ້ໂກງມັກນຳໃຊ້ບັນດາຂໍ້ມູນສ່ວນຕົວທີ່ຖືກເປີດເຜີຍຄວາມລັບທາງໄຊເບີ ແລະ ນຳໃຊ້ບັນດາຂໍ້ມູນເຫຼົ່ານັ້ນ ເພື່ອປະຕິບັດບັນດາການກະທຳລະເມີດກົດໝາຍ. ດັ່ງນັ້ນ, ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ 2025 ຈະຍົກສູງ, ຈຸດສຸມແມ່ນເພື່ອປົກປ້ອງຂໍ້ມູນສ່ວນຕົວ, ໃຫ້ສອດຄ່ອງ ແລະ ຖືກກັບສະພາບການໃໝ່”.

ຄາດວ່າ ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ຈະໄດ້ຮັບການຮັບຮອງເອົາໃນກອງປະຊຸມສະໄໝສາມັນຄັ້ງນີ້.

ໃນຕອນເຊົ້າຂອງວັນດຽວກັນ, ຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ຮັບຟັງໃບສະເໜີຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ.

TAG
VOV/VOVworld/ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ/ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ