logo

ສ້າງ​ນະ​ໂຍ​ບາຍ​ກະ​ໂດດ​ຂັ້ນ, ແກ້ງ​ແຍ້ງ​ເພື່ອ​ທົດ​ລອງ​​ນຳ​ໃຊ້ເຂດ​ການ​ຄ້າ​ເສ​ລີ​ຈຳ​ນວນ​ໜຶ່ງ

2025/12/5 | 11:24:20
(VOVWORLD) -    ຕອນເຊົ້າວັນທີ 05 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານ, ປະກອບຄຳເຫັນໃສ່ແຜນຮ່າງເຂດການຄ້າເສລີກະກຽມຍື່ນສະເໜີຕໍ່ຂັ້ນມີສິດອຳນາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ

ນາຍົກລັດຖະມົນຕີເນັ້ນໜັກວ່າ  ການສ້າງຕັ້ງເຂດການຄ້າເສລີແມ່ນວຽກໃໝ່, ເມື່ອຜັນຂະຫຍາຍປະຕິບັດຕ້ອງມີຄວາມເປັນໄປໄດ້, ມີປະສິດທິຜົນ; ເປົ້າໝາຍແມ່ນທົດລອງນະໂຍບາຍ ແລະ ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ຕອບສະໜອງບັນດາເປົ້າໝາຍໃນຕໍ່ໜ້າ ແລະ ຍາວນານ, ໂດຍສະເພາະແມ່ນເປົ້າໝາຍຍຸດທະສາດ 100 ປີ. ທ່ານນາຍົກລັດຖະມົນຕີເນັ້ນໜັກຕື່ມອີກວ່າ:

        “ເພາະວ່າເປັນການທົດລອງ, ສະນັ້ນຕ້ອງມີການກຳນົດເວລາໃນໄລຍະໃດໜຶ່ງເທົ່ານັ້ນ, ແຕ່ວ່າກົນໄກນະໂຍບາຍຕ້ອງມີລັກສະນະເປັນເອກະລັກສະເພາະ, ກະໂດດຂັ້ນ, ມີການແກ້ງແຍ້ງ, ມີຄວາມເປັນໄປໄດ້. ບັນດາກົນໄກ, ນະໂຍບາຍໃດທີ່ຍັງບໍ່ທັນເໝາະສົມຕ້ອງຮຽນຮູ້ປະສົບການກັບຕ່າງປະເທດ. ບົນພື້ນຖານລັກສະນະພິເສດ, ສ້າງເຂດການຄ້າເສລີທີ່ມີອັນລວມ ແຕ່ກໍຕ້ອງມີທັງລັກສະນະເປັນເອກະລັກ, ສີວິໄລ, ທັນສະໄໝ. ການຈັດຕັ້ງກະທັດລັດ, ແຕ່ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ; ເພີ່ມທະວີການແບ່ງຂັ້ນ, ແບ່ງສິດ ແລະ ຄວາມເປັນເຈົ້າການຂອງເຂດການຄ້າເສລີ ແລະ ເພີ່ມທະວີການຕິດຕາມກວດກາ.”

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານກ່ຽວກັບການສະເໜີກົນໄກ, ນະໂຍບາຍຊຸກຍູ້ການພັດທະນາສູນກັ່ນຕອງນ້ຳມັນ ແລະ ພະລັງງານແຫ່ງຊາດຢູ່ເຂດເສດຖະກິດ ຢຸງກວັດ (ແຂວງ ກວ໋າງງາຍ).

ລ້າຍຮວາ

TAG
VOV/VOVworld/​ທົດ​ລອງ​​ນຳ​ໃຊ້ເຂດ​ການ​ຄ້າ​ເສ​ລີ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ