logo

ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - UAE

2025/9/26 | 10:27:07
(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະລັດ ອາຣັບເອມີເລດ (UAE) ໃນລະຫວ່າງວັນທີ 24 – 25 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ໄດ້ເຮັດວຽກກັບການນຳຂອງກະຊວງ, ຂະແໜງການ, ກຸ່ມບໍລິສັດ ວິສາຫະກິດຂອງ UAEຈຳນວນໜຶ່ງ.
ການເຈລະຈາ (ພາບ: TTXVN)

ໃນການພົບປະກັບທ່ານ Al Maktoum ຮອງນາຍົກລັດຖະມົນຕີ UAE, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີການແບ່ງປັນບົດຮຽນປະສົບການໃນການສ້າງລະບົບນິເວດຄົບຊຸດໃນການດຶງດູດເງິນລົງທຶນຈາກສາກົນ, ເຄື່ອງມືນິຕິກຳ, ໜູນຊ່ວຍບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ ຫວຽດນາມ…ເພື່ອຍົກສູງ ການບໍລິການດ້ານການເງິນ ຢູ່ສູນ ການເງິນສາກົນ (IFC). ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ໃຫ້ຄຳໝັ້ນສັນຍາ ຈະສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນ, ອົງການການເງິນ UAE ທີ່ມາລົງທຶນຢູ່ ຫວຽດນາມ

ທີ່ການພົບປະກັບທ່ານ Al GergawF ລັດຖະມົນຕີບັນດາບັນຫາພາຍໃນ UAE, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນການຮ່ຳຮຽນເອົາປະສົບການຈາກ UAE ໃນການປະຕິຮູບລະບອບລະບຽບການ ແລະ ພັດທະນາສູນການເງິນສາກົນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນນະໂຍບາຍ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາສູນການເງິນຂອງສອງປະເທດ.

TAG
VOV/VOVworld/ຫວຽດ​ນາມ/ການ​ພົວ​ພັນ/UAE

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ