logo

ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃໝ່​ໃນ​ການ​ສ້າງກອງ​ທັບ​ປະ​ຕິ​ວັດ, ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ, ທັນ​ສະໄໝ

2025/9/24 | 14:28:57
(VOVWORLD) -  ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຄວາມຮຽກຮ້ອງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່ ຮຽກຮ້ອງໃຫ້ກອງທັບ ທັງ “ເປັນກຳລັງຫຼວງ, ຍອດຢ້ຽມ ແລະ ທັນສະໄໝ” ທັງເຄື່ອນທີ່, ມີໄຫວພິບ, ອັດສະລະຍະດີຈີຕອນ.
 ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມແຂ່ງຂັນຕັດສິນໃຈຍາດໄດ້ໄຊຊະນະທົ່ວກອງທັບ ຄັ້ງທີ XI ໄລຍະ 2020 – 2025. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ໄດ້ຊີ້ແຈ້ງວ່າ ໃນທຸກໄລຍະປະຕິວັດ, ການແຂ່ງຂັນຕັດສິນໃຈຍາດໄດ້ໄຊຊະນະ ຍາມໃດກໍ່ແມ່ນການກະຕຸກຊຸກຍູ້ຫັນຄວາມຕັດສິນໃຈໃຫ້ແຕກດອກອອກຜົນ, ຫັນເປົ້າໝາຍໃຫ້ປະກົດຜົນເປັນຈິງ. ໃນໄລຍະໃໝ່, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຄວາມຮຽກຮ້ອງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່ ຮຽກຮ້ອງໃຫ້ກອງທັບ ທັງ “ເປັນກຳລັງຫຼວງ, ຍອດຢ້ຽມ ແລະ ທັນສະໄໝ” ທັງເຄື່ອນທີ່, ມີໄຫວພິບ, ອັດສະລະຍະດີຈີຕອນ. ໃນສະພາບການນັ້ນ, ການແຂ່ງຂັນຕັດສິນໃຈຍາດໄດ້ໄຊຊະນະຕ້ອງກາຍເປັນ “ລະບົບບໍລິຫານ” ໃຫ້ແກ່ສາມບົດບາດ: ກອງທັບຕໍ່ສູ້, ກອງທັບປະຕິບັດງານ, ກອງທັບອອກແຮງງານທຳການຜະລິດ.

TAG
VOV/VOVworld/ກອງ​ທັບ​ປະ​ຕິ​ວັດ/ຄະ​ນະ​ພັກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ