logo

ສ້າງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ ຫຼັງ​ປີ 2025 ໃຫ້​ຂະ​ຫຍັນ​ຂັນ​ເຄື່ອນ​ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ

2024/11/5 | 11:42:19
(VOVWORLD) - ກອງປະຊຸມສຳມະນາສາກົນກ່ຽວກັບແຜນການຍຸດທະສາດຂອງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ASCC) ປີ 2025 ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ.
ທ່ານນາງ ຮ່າທິມິງດຶກ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: VOV1)

 ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ ຮ່າທິມິງດຶກ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ຢັ້ງຢືນວ່າ:

        “ປີ 2025 ແມ່ນຂີດໝາຍສຳຄັນເພື່ອໃຫ້ ອາຊຽນ ກ້າວເຂົ້າສູ່ໄລຍະໃໝ່ - ໄລຍະປະຕິບັດວິໄສທັດ ອາຊຽນ ຮອດປີ 2045. ການສ້າງບັນດາຍຸດທະສາດຂອງ 3 ເສົາຄ້ຳໄດ້ເລີ່ມດຳເນີນແຕ່ປີ 2023 ຮອດທ້າຍປີ 2025 ແລະ ບັນດາປະເທດສະມາຊິກລ້ວນແຕ່ໃຫ້ຄວາມເອົາໃຈໃສ່ເປັນພິເສດ, ນີ້ແມ່ນໜຶ່ງໃນບັນດາໂອກາດເພື່ອໃຫ້ບັນດາປະເທດສາມາດວາງບາດກ້າວເດີນທີ່ມີລັກສະນະຍຸດທະສາດໃຫ້ທັງປະເທດ ແລະ ພາກພື້ນ. ແລະ ແຜນການຍຸດທະສາດໄດ້ຮັບການຮັບຮອງເອົານັ້ນ ຈະປະກອບສ່ວນສ້າງປະຊາຄົມທີ່ຂະຫຍັນນຂັນເຄື່ອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບໍ່ພຽງແຕ່ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນເທົ່ານັ້ນ, ຫາກຍັງຊຸກຍູ້ການເຕີບໂຕ, ຄວາມກ້າວໜ້າ ແລະ ພັດທະນາແບບຍືນຍົງໃນພາກພື້ນ”.

        ໃນກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ຮັບຟັງການແນະນຳຢ່າງລະອຽດຂອງຄະນະເລຂາ ອາຊຽນ ກ່ຽວກັບເນື້ອໃນຮ່າງແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ພາຍຫຼັງປີ 2025.


TAG
VOV/VOVworld/​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ/ວິ​ໄສ​ທັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ