logo

ສ້າງ​ພື້ນ​ຖານ ແລະ ກຳ​ນົດ​ທິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ ຫວຽດ​ນາມ - ອາ​ເມ​ລິ​ກາ

2025/9/17 | 09:35:34
(VOVWORLD) - ບັນດາຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ມີກຳລັງບົ່ມຊ້ອນພັດທະນາຢ່າງແຮງທີ່ສຸດໃນໄລຍະຈະມາເຖິງ ແມ່ນ ເສດຖະກິດ, ການຄ້າ ແລະ ວິທະຍາສາດເຕັກໂນໂລຢີ. ນີ້ກໍແມ່ນບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການ, ກຳນົດທິດ, ບຸລິມະສິດພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່, ພ້ອມທັງກໍເໝາະສົມກັບເປົ້າໝາຍ ແລະ ທ່າອ່ຽງຮັບປະກັນຄວາມຫຼາຍຮູບຫຼາຍແບບ ແລະ ຍືນຍົງຂອງລະບົບສະໜອງຂອງຝ່າຍ ອາເມລິກາ.
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ (ພາບ: VOV5)

ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແຕ່ວັນທີ 21 – 24 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ເນັ້ນໜັກວ່າ ບັນດາຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ມີກຳລັງບົ່ມຊ້ອນພັດທະນາຢ່າງແຮງທີ່ສຸດໃນໄລຍະຈະມາເຖິງ ແມ່ນ ເສດຖະກິດ, ການຄ້າ ແລະ ວິທະຍາສາດເຕັກໂນໂລຢີ. ນີ້ກໍແມ່ນບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການ, ກຳນົດທິດ, ບຸລິມະສິດພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່, ພ້ອມທັງກໍເໝາະສົມກັບເປົ້າໝາຍ ແລະ ທ່າອ່ຽງຮັບປະກັນຄວາມຫຼາຍຮູບຫຼາຍແບບ ແລະ ຍືນຍົງຂອງລະບົບສະໜອງຂອງຝ່າຍ ອາເມລິກາ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນບັນດາລະບົບມູນຄ່າທົ່ວໂລກ, ພິເສດໃນບັນດາຂົງເຂດເຕັກໂນໂລຢີ, ພະລັງງານສະອາດ ແລະ ພັດທະນາແບບຍືນຍົງ.

ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ກໍໃຫ້ຮູ້ວ່າ ປີ 2026 ແມ່ນໂອກາດສະເຫຼີມສະຫຼອງ 250 ປີແຫ່ງວັນປະເທດເອກະລາດຂອງ ອາເມລິກາ, ແມ່ນໂອກາດທີ່ດີເພື່ອໃຫ້ສອງປະເທດປະຕິບັດບັນດາການເຄື່ອນໄຫວວັດທະນະທຳທີ່ມີຄວາມໝາຍ. ການສຳຜັດກັບຕະຫຼາດ ອາເມລິກາ ແລະ ການຮຽນຮູ້ປະສົບຈາກຝ່າຍ ອາເມລິກາ ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການພັດທະນາຂອງເຂດວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ.   


TAG
VOV/VOVworld/ຫວຽດ​ນາມ/ອາ​ເມ​ລິ​ກາ/ປະ​ທານ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ