logo

ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີບ​ຫາ​ປາ​ໃຫ້​ສຳ​ເລັດ​ຜົນ ຕ່ອງ​ໂສ້​ສຳ​ຄັນ​ໃນ​ການ​ຕ້ານ​ກາ​ນ​ຂຸດ​ຄົ້ນ IUU

2025/12/12 | 15:09:55
(VOVWORLD) - ຢູ່ແຂວງ ກວ໋າງຫງາຍ, ການລົງທຶນ ແລະ ປະກາດເປີດບັນດາທ່າກຳປັ່ນຫາປາໃໝ່ ພວມຄ່ອຍໆຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການຄົ້ນຫາຕົ້ນກຳເນີດ ແລະ ການຕິດຕາມກວດກາກຳປັ່ນຫາປາຕາມການສະເໜີແນະຂອງ EC. 
ກຳປັ່ນຫາປາ (ພາບ: VOV)

ໃນສະພາບການ ຫວຽດນາມ ພວມມານະພະຍາຍາມແກ້ບັດເຫຼືອງ ຂອງ ຄະນະກຳມະການເອີລົບ (EC), ການສ້າງພື້ນຖານໂຄງລ່າງອາຊີບຫາປາໃຫ້ສົມບູນແບບ ໄດ້ກຳນົດແມ່ນໜຶ່ງໃນບັນດາມາດຕະການຈຸດສຸມໃນການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍການ ແລະ ບໍປະຕິບັດຕາມຂໍ້ກຳນົດ (IUU). ທ່ານ ຫງວຽນກວ໋າງຕວານ, ຮອງຫົວໜ້າກົມສິນໃນນ້ຳ ແລະ ກວດກາການປະມົງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:

ການຍົກລະດັບທ່າກຳປັ່ນຫາປາສຳເລັດ ດ້ວຍພື້ນຖານໂຄງລ່າງ, ເຕັກນິກຢ່າງຄົບຊຸດຈະແມ່ນຕ່ອງໂສ້ສຳຄັນ ໃນລະບົບຄວບຄຸມ IUU, ປະກອບສ່ວນຍົກສູງລັກສະນະໂປ່ງໃສ, ຄົ້ນຫາຕົ້ນກຳເນີດຂອງຜະລິດຕະພັນ, ຕອບສະໜອງຂໍ້ສະເໜີຂອງ EC, ມຸ່ງໄປເຖິງການແກ້ໄຂບັດເຫຼືອງ IUU.

ຢູ່ແຂວງ ກວ໋າງຫງາຍ, ການລົງທຶນ ແລະ ປະກາດເປີດບັນດາທ່າກຳປັ່ນຫາປາໃໝ່ ພວມຄ່ອຍໆຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການຄົ້ນຫາຕົ້ນກຳເນີດ ແລະ ການຕິດຕາມກວດກາກຳປັ່ນຫາປາຕາມການສະເໜີແນະຂອງ EC. ທ່ານ ຫງວຽນແທັງຮຽນ, ຮອງຫົວໜ້າຄະນະຄຸ້ມຄອງບັນດາທ່າກຳປັ່ນຫາປາ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ ທາງທ້ອງຖິ່ນ ໄດ້ຮັບປະກັນ 100%ກຳປັ່ນຫາປາ ໄດ້ອັບເດດຂໍ້ມູນຂຶ້ນໃນ VNFishbase, ຄຸ້ມຄອງກຸ່ມກຳປັ່ນທີ່ບໍ່ມີເງື່ອນໄຂຂຸດຄົ້ນ ຢ່າງຄົບຖ້ວນ ແລະ ປະຕິບັດການຄົ້ນຫາຕົ້ນກຳເນີດຜ່ານລະບົບຊອບແວຄົ້ນຫາຕົ້ນກຳເນີດຂອງສິນໃນນ້ຳເອເລັກໂຕນິກ (eCDT).


TAG
VOV/VOVworld/ການຫາປາ/IUU

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ