logo

ສ້າງສະ​ມາ​ຄົມ​ນັກ​ສຶ​ກ​ສາ ຫວຽດ​ນາມ ຢູ່ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ

2025/12/1 | 09:07:20
(VOVWORLD) -  ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ອິນເດຍ ບໍ່ພຽງແຕ່ແມ່ນອົງການຕາງໜ້າໃຫ້ແກ່ສິດພັນທະ, ຄວາມມຸ່ງຫວັງຂອງນັກສຶກສາເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ວັດທະນະທຳ, ແມ່ນຄູ່ຮ່ວມມືໃນການສ້າງປະຊາຄົມນັກສຶກສາ ສາມັກຄີ, ໜູນຊ່ວຍເຊິ່ງກັນແລະກັນໃນການຮ່ຳຮຽນ ແລະ ການດຳລົງຊີວິດ.
ອງປະຊຸມໃຫຍ່ຄັ້ງທີ 1 ອາຍຸການ 2025 – 2027 ຂອງ ສະມາຄົມນັກສຶກສາ ຫວຽດນາມ ຢູ່ອິນເດຍ
(ພາບ: VOV)

ກອງປະຊຸມໃຫຍ່ຄັ້ງທີ 1, ອາຍຸການ 2025 – 2027 ຂອງ ສະມາຄົມນັກສຶກສາ ຫວຽດນາມ ຢູ່ອິນເດຍ ໄດ້ດຳເນີນໃນວັນທີ 30 ພະຈິກ ຕາມຮູບແບບເຊິ່ງໜ້າ ສົມທົບ ທາງໄກ ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ New Delhi. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນແທັງ ຫ໋າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ ຊາວຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອິນເດຍບໍ່ຫຼາຍ, ມີພຽງແຕ່ປະມານ 1000 ຄົນ,ດຳລົງຊີວິດຢູ່ກະແຈກກະຈາຍໃນຫຼາຍລັດທີ່ແຕກຕ່າງກັນ. ຍອດຈຳນວນນັກນຶກສາ ຫວຽດນາມ ປະຈຳ ອິນເດຍ ມີທັງໝົດປະມານ 400 ຄົນ, ໃນນັ້ນມີຫຼາຍຄົນເປັນສາສະນິກກະຊົນກໍ່ພວມຮ່ຳຮຽນຢູ່ຫຼາຍບ່ອນ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ອິນເດຍ ບໍ່ພຽງແຕ່ແມ່ນອົງການຕາງໜ້າໃຫ້ແກ່ສິດພັນທະ, ຄວາມມຸ່ງຫວັງຂອງນັກສຶກສາເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ວັດທະນະທຳ, ແມ່ນຄູ່ຮ່ວມມືໃນການສ້າງປະຊາຄົມນັກສຶກສາ ສາມັກຄີ, ໜູນຊ່ວຍເຊິ່ງກັນແລະກັນໃນການຮ່ຳຮຽນ ແລະ ການດຳລົງຊີວິດ.

TAG
VOV/VOVworld/ນັກ​ສຶກ​ສາ/ຫວຽດ​ນາມ/ອິນ​ເດຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ