logo

ສ້າງ​ອະ​ນາ​ຄົດ​ທີ່​ປອດ​ໄພ​ກວ່າ​ໃຫ້​ແກ່ ຫວຽດ​ນາມ ແລະ ອາ​ຊຽນ

2025/10/14 | 09:26:02
(VOVWORLD) - ພິທີໂຮມຊຸມນຸມມິດຕິງ ວັນສາກົນຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ ດ້ວຍຫົວຂໍ້ “ລົງທຶນເພີ່ມທະວີຄວາມສາມາດຕ້ານທານເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ”. 
ທ່ານ ຫງວຽນຮວ່າງຮຽບ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ  ກ່າວຄຳເຫັນທີ່ພິທີ
(ພາບ: nongnghiepmoitruong.vn)

ຕອນຄ່ຳວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບອົງການ ສປຊ ກອງທຶນເດັກ ປະຈຳ ຫວຽດນາມ ດ້ວຍການໜູນຊ່ວຍຈາກລັດຖະບານ ຍີ່ປຸ່ນ ໄດ້ຈັດພິທີໂຮມຊຸມນຸມມິດຕິງ ວັນສາກົນຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ ດ້ວຍຫົວຂໍ້ “ລົງທຶນເພີ່ມທະວີຄວາມສາມາດຕ້ານທານເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ” ແລະ ວັນ ອາຊຽນ ຄຸ້ມຄອງໄພພິບັດທຳມະຊາດປີ 2025. ເມື່ອກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານ ຫງວຽນຮວ່າງຮຽບ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດໃຈ ສາມັກຄີ - ປະດິດຄິດສ້າງ - ປະຈັນບານ, ບັນດາປະເທດຈະພ້ອມກັນສ້າງອະນາຄົດທີ່ປອດໄພກວ່າ, ບໍ່ພຽງແຕ່ໃຫ້ແກ່ ຫວຽດນາມ ເທົ່ານັ້ນ ຫາກຍັງໃນທົ່ວພາກພື້ນ ອາຊຽນ ອີກດ້ວຍ.

ໃນພິທີໂຮມຊຸມນຸມມິດຕິງ, ຄະນະຈັດຕັ້ງກໍໄດ້ຕີລາຄາສັງລວມຂີດໝາຍບັນດາການເຄື່ອນໄຫວປ້ອງກັນ, ຕ້ານໄພພິບັດທຳມະຊາດທີ່ພົ້ນເດັ່ນຂອງຄູ່ຮ່ວມມືຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ.


 

TAG
VOV/VOVworld/ພິທີໂຮມຊຸມນຸມມິດຕິງ/ຈິດໃຈ ສາມັກຄີ - ປະດິດຄິດສ້າງ - ປະຈັນບານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ