(vovworld)- ຄະນະກຳມະການເອີລົບ(EC) ຫາກໍ່ອອກໃບຢັ້ງຢືນອາລັກຂາຊື່ເອີ້ນ “ຟູກວັກ” ສຳລັບນ້ຳປາ ຟູກວັກຂອງຫວຽດນາມ ເພື່ອໃຫ້ຜະລິດຕະພັນນ້ຳປານີ້ໄດ້ຮັບການຮັບຮູ້ ແລະ ປົກປ້ອງ ຂໍ້ມູນກ່ຽວກັບແຫຼ່ງກຳເນີດຂອງສິນຄ້າ ຢູ່ 28 ປະເທດສະມາຊິກຂອງສະຫະພາບເອີລົບ(EU). ຈາກເຫດການດັ່ງກ່າວ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ມີບົດຂຽນທີ່ພາດຫົວເລື່ອງວ່າ: ສ້າງເຄື່ອງໝາຍການຄ້າໃນວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດໂລກ.
![]() |
ນ້ຳປາ ຟູກວັກ ແມ່ນຜະລິດຕະພັນທຳອິດຂອງບັນດາປະເທດພາກພື້ນອາຊີຕາເວັນອອກສຽງໃຕ້ທີ່ໄດ້ຮັບການປົກປ້ອງຈາກ EC ຢ່າງເປັນທາງການ. ເຖິງຢ່າງໃດກໍຕາມ, ກໍເຊັນດຽວກັນກັບຫລາຍປະເພດສິນຄ້າທີ່ພວມມີຫນ້າຢູ່ຕະຫລາດ ເອີລົບ ກໍຄືຢູ່ໃນໂລກ, ນີ້ພຽງແຕ່ແມ່ນຜົນສຳເລັດໃນເບື້ອງຕົ້ນ. ເພື່ອຮັກສາທີ່ຕັ້ງຢູ່ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນນີ້, ບັນດາວິສາຫະກິດດຳເນີນທຸລະກິດນ້ຳປາ ຟູກວັກ ຍັງມີຫລາຍວຽກຕ້ອງເຮັດ. ຕາມຕົວເລກສະຖິຕິຈາກກົມຊັບສິນທາງປັນຍາ ສັງກັດກະຊວງວິທະຍາສາດ ແລະ ເຕັກໂລໂລຊີ ຫວຽດນາມແລ້ວ, ຫວຽດນາມ ມີສິນຄ້ານັບພັນປະເພດສາມາດຈົດທະບຽນຂໍ້ມູນກ່ຽວກັບແຫຼ່ງກຳເນີດຂອງສິນຄ້າ ແຕ່ມາຮອດປະຈຸບັນ ມີພຽງແຕ່ 35 ຜະລິດຕະພັນໄດ້ຮັບການຈົດທະບຽນຢູ່ຫວຽດນາມເທົ່ານັ້ນຄື: ນ້ຳປາ ຟູກວັກ(ແຂວງ ກຽນຢາງ), ກາເຟ ບວນມາທວດ(ແຂວງດັກລັກ), ໝາກສົ້ມໂອດວານຮຸງ (ແຂວງຟູທ້ໍ້), ໝາກມັງກອນແກ້ວ ບີ່ງທ້ວນ, ເຂົ້າສານ ຫາຍເຫົ້າ(ແຂວງນາມດີ້ງ)… ຕາມບັນດາຜູ້ຊ່ຽວຊານດ້ານເສດຖະກິດແລ້ວ, ເລື່ອງຈົດທະບຽນບໍ່ແມ່ນເລື່ອງຍາກເພາະວ່າ ຕະຫລາດສົ່ງອອກຕົ້ນຕໍຂອງຫວຽດນາມ ນັ້ນແມ່ນ: ເອີລົບ, ອາເມລິກາ, ຍີ່ປຸ່ນ, ຈີນ ..ແຕ່ສິ່ງສຳຄັນນັ້ນແມ່ນວິສາຫະກິດຫວຽດນາມ ຕ້ອງຮັກສາ ແລະ ຄຸ້ມຄອງເຄື່ອງໝາຍການຄ້າຂອງຕົນໃຫ້ໄດ້ຢູ່ຕະຫລາດ. ຮອງສາດສະດາຈານ, ດຣ ຟ້າມຈູງເລືອງ ຖືວ່າ:
“ບັນຫາຄຸ້ມຄອງເຄ່ືອງໝາຍການຄ້າຄືວ່າບໍ່ໄດ້ຮັບຄວາມເອົາໃຈໃສ່ຫລາຍປານໃດຈາກວິສາຫະກິດ, ທ້ອງຖິ່ນ. ພວກເຮົາເຄີຍມີແນວຄິດທີ່ວ່າ ເມື່ອມີເຄື່ອງໝາຍການຄ້າແລ້ວ ແມ່ນບໍ່ຕ້ອງສົນໃຈເຖິງບັນຫາໃດອີກ.ແຕ່ບັນຫາຄຸ້ມຄອງເຄື່ອງໝາຍການຄ້າພັດແມ່ນບັນຫາສຳຄັນກວ່າໝູ່. ໃນການຄຸ້ມຄອງເຄື່ອງໝາຍການຄ້າມີບາງເນື້ອໃນສຳຄັນນັ້ນແມ່ນ: ປັບປຸງຮັບປະກັນຄຸນຄ່າຜະລິດຕະພັນ, ກວດກາຄຸນຄ່າເຄື່ອງໝາຍການຄ້າ, ດັດປັບ ເພື່ອຮັບປະກັນຄຸນຄ່າເຄື່ອງໝາຍການຄ້າ. ນີ້ແມ່ນການເຄື່ອນໄຫວ 3 ປະການບໍ່ສາມາດຕັດແຍກອອກຈາກການຄຸ້ມຄອງເຄື່ອງໝາຍການຄ້າໄດ້ .”
ເຖິງຢ່າງໃດກໍຕາມ, ປະຈຸບັນ ຍັງມີວິສາຫະກິດ ຫວຽດນາມ ຫລາຍແຫ່ງພຽງແຕ່ເອົາໃຈໃສ່ເຖິງບັນຫາ Maketing, ຂາຍສິນຄ້າເທົ່ານັ້ນ ຫາກບໍ່ເອົາໃຈໃສ່ເຖິງວຽກງານປົກປ້ອງຍີ່ຫໍ້ສິນຄ້າຢູ່ຕ່າງປະເທດ. ຕາມທ່ານ ດັ້ງບາທໍ້, ຮອງຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນພືດ ກາຍເລີນ ແລ້ວ, ການປົກປ້ອງເຄ່ືອງໝາຍການຄ້າຢູ່ຕ່າງປະເທດແມ່ນສຳຄັນຍີ່ງ ເພາະວ່າ ວິສາຫະກິດຢືດຄອງຕະຫລາດຕ່າງປະເທດ ຕ້ອງມີຍຸດທະສາດສຳພັດ ແລະ ມີແຜນການກ່ຽວກັບຍີ່ຫໍ້ຜູກຂາດຢູ່ຕະຫລາດນັ້ນ.
“ຜະລິດຕະພັນທີ່ໄດ້ຮັບການຜະລິດອອກນັ້ນ ຖ້າຫາກບໍ່ຮັບປະກັນ ຍາກທີ່ຈະພັດທະນາໄດ້. ປະຈຸບັນບັນດາວິສາຫະກິດສ່ວນຫຼາຍລ້ວນແຕ່ຜະລິດສິນຄ້າແບບອັດຕະໂນມັດ100% ແລະ ຂັ້ນຕອນຜະລິດແມ່ນຄົບວົງຈອນ, ສະນັ້ນ ຕ້ອງກວດກາຢ່າງເຂັ້ມງວດ. ນອກນັ້ນ ວິສາຫະກິດຕ້ອງຖືບັນຫາຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານເປັນສຳຄັນ. ພິເສດ ຕ້ອງຮັບປະກັນຄຸນນະພາບ, ຮັບປະກັນຫລັກອະນາໄມຄວາມປອດໄພ.”
ຕາມ ດຣ ເຈີນເລຮົ່ງ ສັງກັດ ກົມຊັບສິນທາງປັນຍາຫວຽດນາມ, ເຄື່ອງໝາຍການຄ້າຫວຽດນາມ ຍັງຂາດລັກສະນະໝັ້ນຄົງ, ກຳລັງແກ້ງແຍ້ງຜະລິດຕະພັນສົ່ງອອກຂອງຫວຽດນາມ ບໍ່ທັນທັດທຽມກັບບັນດາຄູ່ຮ່ວມມື. ເພາະສະນັ້ນ ໃນໄລຍະຈະມາເຖິງ, ວິສາຫະກິດຫວຽດນາມ ກໍຄືບັນດາຂະແຫນງການກ່ຽວຂ້ອງຄວນລົງທຶນ, ສ້າງລາຍການໃຫ້ແກ່ສິນຄ້າແຕ່ລະປະເພດ ແລະ ເຄື່ອງໝາຍການຄ້າຂອງຕົນ. ມີປັດໄຈອື່ນກໍມີຄວາມໝາຍສຳຄັນໃນການສ້າງ ແລະ ພັດທະນາ, ນັ້ນແມ່ນຂໍ້ມູນກ່ຽວກັບຫຼ່ງກຳເນີດ, ເຄື່ອງໝາຍ ເພື່ອຊີ້ໃຫ້ເຫັນຜະລິດຕະພັນນັ້ນ ມີແຫຼ່ງກຳເນີດຈາກທ້ອງຖິ່ນໃດ, ເຂດດິນແດນໃດຫລືປະເທດໃດ.ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີນຕວນແອງ ໃຫ້ຮູ້ວ່າ: ການສ້າງ ແລະ ພັດທະນາເຄື່ອງໝາຍການຄ້າແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນຂອງລາຍການເຄື່ອງໝາຍການຄ້າແຫ່ງຊາດໃນໄລຍະໃຫມ່. ລາຍການດັ່ງກ່າວຈະສຸມໃສ່ຫນູນຊ່ວຍວິສາຫະກິດ ແລະ ຜ່ານບັນດາສະຫະສະມາຄົມສິນຄ້າສົ່ງອອກຂອງຫວຽດນາມທີ່ມີທ່າແຮງ ສ້າງກາໝາຍສິນຄ້າລວມໝູ່, ຄົ້ນຄ້ວາ ແລະ ນຳໃຊ້ຮູບແບບພັດທະນາເຄື່ອງໝາຍການຄ້າແກ້ງແຍ້ງຂອງຂະແຫນງ, ແນະນຳ ແລະ ຫນູນຊ່ວຍບັນດາສະຫະສະມາຄົມຂະແຫນງສິນຄ້າ, ບັນດາວິສາຫະກິດໃນການ ປົກປ້ອງຊັບສິນທາງປັນຍາທີ່ກ່ຽວຂ້ອງເຖິງບັນດາປະເພດສິນຄ້າທີ່ມີຄວາມສາມາດບົ່ມຊ້ອນ, ບັນດາປະເພດສິນຄ້າທີ່ມີຂໍ້ມູນກ່ຽວກັບແຫຼ່ງກຳເນີດຢູ່ຕະຫລາດພາຍໃນ ແລະ ຕ່າງປະເທດ. ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ເຈີນຕວັນແອງ ເນັ້ນຫນັກວ່າ:
“ບັນຫາພັດທະນາເຄື່ື່ອງໝາຍການຄ້າແຫ່ງຊາດ ຮຽກຮ້ອງຕ້ອງມີການສົມທົບກັນຢ່າງແຫນ້ນແຟ້ນລະຫວ່າງລັດ ແລະ ວິສາຫະກິດ. ເນື້ອໃນພື້ນຖານທັງໝົດຂອງການເຄື່ອນໄຫວເຄື່ອງໝາຍການຄ້າແຫ່ງຊາດ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ສ້າງເປັນລາຍການເຄື່ອນໄຫວບຸລິມະສິດຂອງກະຊວງອຸດສາຫະກຳ ແລະ ການຄ້າກໍຄືສະພາເຄື່ອງໝາຍການຄ້າແຫ່ງຊາດ.”
ໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ບັນຫາເຄື່ອງໝາຍການຄ້ານັບມື້ນັບມີຄວາມສຳຄັນ ແລະ ແມ່ນບັນຫາຫລັກແຫລ່ງ ເພື່ອຮັບປະກັນກຳລັງຄວາມສາມາດເຊື່ອມໂຍງກໍຄືການແກ້ງແຍ້ງລວມຂອງພື້ນຖານເສດຖະກິດ ແລະ ບັນດາວິສາຫະກິດ. ດ້ວຍການເຂົ້າຮ່ວມຂອງລັດຖະບານພ້ອມກັບບັນດາວິສາຫະກິດ, ໃນໄລຍະຈະມາເຖິງ ເຄື່ອງໝາຍການຄ້າຫວຽດນາມ ຈະນັບມື້ນັບພັດທະນາ ແລະ ຂະຫຍາຍອອກສູ່ທົ່ວໂລກ.




