logo

ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ຄະ​ນະ​ນັກ​ຂ່າວ​ສາ​ກົນປະ​ຕິ​ບັດ​ງານ ຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

2026/1/19 | 11:42:02
(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດສຳຄັນພິເສດ, ສ້າງບາດລ້ຽວສຳຄັນໃນວິວັດການພັດທະນາຂອງຫວຽດນາມ.   
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຖ່າຍຮູບກັບບັນດານັກຂ່າວ
(ພາບ: ກະຊວງການຕ່າງປະເທດ)

ວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບຄະນະນັກຂ່າວຂອງບັນດາໜັງສືພິມພັກກອມມູນິດ, ບັນດາພັກທີ່ມີບົດບາດສຳຄັນຢູ່ບັນດາປະເທດ, ບັນດາອົງການສື່ມວນຊົນ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາສຳນັກຂ່າວສານສາກົນມາຫວຽດນາມ ເອົາຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ກອມມູນິດ ຫວຽດນາມ. ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດສຳຄັນພິເສດ, ສ້າງບາດລ້ຽວສຳຄັນໃນວິວັດການພັດທະນາຂອງຫວຽດນາມ, ບໍ່ພຽງແຕ່ສະຫຼຸບ, ຕີລາຄາຜົນສຳເລັດ 40 ປີແຫ່ງການປ່ຽນແປງໃໝ່ເທົ່ານັ້ນ ຫາກຍັງກຳນົດເປົ້າໝາຍ, ວິໄສທັດ, ຮັບຮອງເອົາບັນດານະໂຍບາຍຊີ້ຂາດອັນຖືກຕ້ອງ, ເຂັ້ມແຂງ, ນຳຫວຽດນາມກ້າວເຂົ້າສູ່ສັງກາດພັດທະນາໃໝ່.   

TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV/​ພັກ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ