logo

ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ເພື່ອນ​ມິ​ດ​ໃນ 5 ທະ​ວີບ​ໄດ້​ສຳ​ຜັດ​ກັບ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ຢ່າງ​ຊັດ​ເຈນ

2025/9/12 | 16:00:00
(VOVWORLD) - ເວັບໄຊ daihoidangtoanquoc.vn ໄດ້ສະໜອງຂໍ້ມູນທີ່ເປັນທາງການ, ຄົບຖ້ວນ ແລະ ທັນການກ່ຽວກັບການເຄື່ອນໄຫວຕ່າງໆມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. 
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ພິທີ 

       ຕອນບ່າຍວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກຄອມມູນິດ ຫວຽດນາມ ໄດ້ສົມທົບກັບໜັງສືພິມ ເຍິນເຢີນ (ປະຊາຊົນ) ຈັດພິທີເປີດຕົວ ເວັບໄຊ “ພັກຄອມມູນິດ ຫວຽດນາມ - ກອງປະຊມໃຫຍ່ຄັ້ງທີ XIV”, ທີ່ຢູ່: daihoidangtoanquoc.vn.

        ໃນເວັບໄຊດັ່ງກ່າວ ໄດ້ສະໜອງຂໍ້ມູນທີ່ເປັນທາງການ, ຄົບຖ້ວນ ແລະ ທັນການກ່ຽວກັບການເຄື່ອນໄຫວຕ່າງໆມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. 

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຮຽກຮ້ອງວ່າ:

        “ຕ້ອງກະກຽມຂໍ້ມູນໃຫ້ແກ່ນັກຂ່າວສາກົນ; ເອກະສານອະທິບາຍຢ່າງກະທັດລັດ, ຖືກຕ້ອງ; ສ່ອງແສງຢ່າງທັນການ; ເຄົາລົບບັນດາທຳນຽມສາກົນ; ສ້າງເງື່ອນໄຂສະດວກເພື່ອໃຫ້ເພື່ອນມິດໃນ 5 ທະວີບສາມາດສຳຜັດກັບແນວທາງ, ນະໂຍບາຍອັນຊັດເຈນຂອງພັກ ແລະ ລັດ ຫວຽດນາມ. ເປັນເຈົ້າການສ້າງຫົວຂໍ້ທີ່ດີ, ເລື່ອງລາວອັນຈົບງາມ, ບັນດາຕົວເລກທີ່ສ່ອງແສງໄດ້ສະພາບການຕົວຈິງ, ແຜ່ກະຈາຍບັນດາຮູບແບບທີ່ດີໃນການກໍ່ສ້າງພັກ, ພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພ້ອມດຽວກັນນັ້ນ ກໍເດັດດ່ຽວປະຕິເສດບັນດາຖ້ອຍທຳນອງທີ່ຜິດເຂວ ດ້ວຍຂໍ້ອ້າງອີງວິທະຍາສາດ, ດ້ວຍພະຍານຫຼັກຖານທີ່ຊວນເຊື່ອ”

TAG
VOV/VOVworld/daihoidangtoanquoc.vn/ກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ່ XIV ຂອງ​ພັກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ