logo

ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ - ລາວ ຮ່ວມມືຢ່າງມີປະສິດທິຜົນ

2022/4/27 | 07:42:02
(VOVWORLD) -ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະພິຈາລະນາ ແລະ ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການ ແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ 2 ຝ່າຍຮ່ວມມືກັນຢ່າງມີປະສິດທິຜົນກວ່າເກົ່າ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານນາງຮອງປະທານປະເທດ ສປປ.ລາວ ປານີ ຢາທໍ່ຕູ
(ພາບ: TTXVN)

ຕອນບ່າຍວັນທີ 26 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານປະເທດ ສປປ.ລາວ ປານີ ຢາທໍ່ຕູ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະພິຈາລະນາ ແລະ ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການ ແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ 2 ຝ່າຍຮ່ວມມືກັນຢ່າງມີປະສິດທິຜົນກວ່າເກົ່າ, ປະກອບສ່ວນຍົກວົງເງິນການຄ້າລະຫວ່າງ ຫວຽດນາມ - ລາວ ໃຫ້ສູງຂຶ້ນ, ກໍຄືນຳການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນຂອງ 2 ປະເທດໃຫ້ພັດທະນາ. ພ້ອມກັນນັ້ນ, ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການເພີ່ມທະວີວຽກງານບຳລຸງສ້າງນັກສຶກສາ ລາວ ກໍຄືແລກປ່ຽນດ້ານວິຊາສະເພາະລະຫວ່າງພະນັກງານຂອງອົງການທີ່ກ່ຽວຂ້ອງຂອງ 2 ປະເທດ.

        ສ່ວນທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ ຕີລາຄາສູງຂໍ້ລິເລີ່ມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່ຽວກັບການສ້າງກົນໄກການຮ່ວມມືລະຫວ່າງ 3 ສະພາແຫ່ງຊາດ ລາວ - ກຳປູເຈຍ - ຫວຽດນາມ ເພື່ອແນໃສ່ແລກປ່ຽນຄຳເຫັນ, ແບ່ງປັນບົດຮຽນດ້ານວິຊາສະເພາະຢ່າງທັນການ ແລະ ນັບມື້ນັບບັນລຸປະສິດທິຜົນກວ່າເກົ່າ.

        2 ຝ່າຍໄດ້ເຫັນດີຕໍ່ເລື່ອງສືບຕໍ່ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປິແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ; ຜ່ານນັ້ນຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອຂອງສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ໂດຍສະເພາະແມ່ນໄວໜຸ່ມຂອງ 2 ປະເທດ.

TAG
VOV/VOVworld/ປະ​ສິດ​ທິ​ຜົນ/ສະ​ພາ​ແຫ່ງ​ຊາດ/ປາ​ນີ ຢາ​ທໍ່​ຕູ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ