
ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ
ກ່າວປາໄສອັດກອງປະຊຸມສູນກາງພັກຄັ້ງທີ 9
(ພາບ: Trí Dũng/TTXVN)
ຕາມທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ, ພາຍຫຼັງກ່ວາ 15 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 5 ຊຸດທີ 8 ກ່ຽວກັບວັດທະນະທຳ, ຈິນຕະນາການທິດສະດີກ່ຽວກັບວັດທະນະທຳມີບາດກ້າວພັດທະນາ, ຊີວິດວັດທະນະທຳນັບມື້ນັບອຸດົມສົມບູນກ່ວາ. ໃນໄລຍະຈະມາເຖິງ, ຕ້ອງສືບຕໍ່ສືບທອດ, ເພີ່ມເຕີມ ແລະ ພັດທະນາບັນດາທັດສະນະຂອງພັກກ່ຽວກັບ ການສ້າງ ແລະ ພັດທະນາວັດທະນະທຳທີ່ໄດ້ຍົກອອກມາໃນມະຕິສູນກາງພັກຄັ້ງທີ 5 ຊຸດທີ 8, ພ້ອມທັງເນັ້ນໜັກເຖິງແນວຄິດທີ່ວ່າ: ວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ແມ່ນຈຸດໝາຍ, ກຳລັງໜູນ ແລະ ແຫຼ່ງກຳລັງພາຍໃນສຳຄັນໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.
ສູນກາງພັກຢືນຢັນວ່າ: ສີສັນຊາດຂອງວັດທະນະທຳຫວຽດນາມ ລວມມີບັນດາຄຸນຄ່າຍືນຍົງ, ສິ່ງຍອດຍິ່ງໄດ້ຮັບການເພີ່ມພູນຄູນສ້າງຜ່ານການຕໍ່ສູ້ສ້າງສາ ແລະ ປົກປັກຮັກສາປະເທດຊາດນັບພັນປີ. ນັ້ນແມ່ນນ້ຳໃຈຮັກຊາດ; ຄວາມເອກອ້າງທະນົງໃຈ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ, ແມ່ນການເສຍສະຫຼະອັນສູງສົ່ງເພື່ອເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ, ແມ່ນການປະພຶດສີວິໄລ, ສຸພາບ, ນິດໃສລຽບງ່າຍ ແລະ ປອດໄສໃນວິຖີຊີວິດ.ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ຊີ້ແຈ້ງວ່າ:
“ໃນການສ້າງວັດທະນະທຳ, ຕ້ອງຖືກເອົາການສ້າງ ແລະ ພັດທະນາມະນຸດທີ່ມີບຸກຄະລິກກະພາບ, ຄຸນສົມບັດ, ມີວີຖີຊີວິດທີ່ຈົບງາມເປັນຈຸດສຸມ; ສ້າງສະພາບແວດລ້ອມວັດທະນະທຳປົ່ງໄສເປັນແກ່ນສານ. ນຳບັນດາການເຄື່ອນໄຫວວັດທະນະທຳເຂົ້າໃນການສ້າງຊາວຫວຽດນາມ ພັດທະນາຮອບດ້ານກ່ຽວກັບພູມປັນຍາ, ຄູນສົມບັດ, ສຸຂະພາບ,, ມີຄວາມສາມາດປະດິດສ້າງ, ປະຕິບັດກົດໝາຍ, ເຮັດໃຫ້ວັດທະນະທຳກາຍເປັນປັດໄຈຊຸກຍູ້ມະນຸດສ້າງບຸກຄະລິກກະພາບໃຫ້ສົມບູນແບບດ້ວຍຕົນເອງ“.

(ພາບປະກອບ: http://moitruongdulich.vn)
ສ້າງພື້ນຖານວັດທະນະທຳກ້າວໜ້າເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເອກະພາບໃນຄວາມມີຫຼາຍຮູບຫຼາຍແບບ
ຕາມທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ, ວັດທະນະທຳຕ້ອງຮັບຖືເທົ່າທຽມກັບເສດຖະກິດ, ການເມືອງ, ສັງຄົມ; ການເຕີບໂຕເສດຖະກິດຕ້ອງໄປຄຽງຄູ່ກັບການພັດທະນາວັດທະນະທຳ, ປະຕິບັດຄວາມກ້າວໜ້າແລະ ຄວາມຍຸດຕິທຳໃນສັງຄົມ. ພື້ນຖານວັດທະນະທຳຊື່ງຫວຽດນາມ ກໍ່ສ້າງນັ້ນແມ່ນພື້ນຖານວັດທະນະທຳກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເອກະພາບໃນຄວາມມີຫຼາຍຮູບຫຼາຍແບບຂອງປະຊາຄົມບັນດາ ເຜົ່າຫວຽດນາມ ດ້ວຍບັນດາຈຸດເອກະລັກສະເພາະດີເດັ່ນແມ່ນຊົນຊາດ, ວັດທະນະທຳມະນຸດ, ປະຊາທິປະໄຕ ແລະ ວິທະຍາສາດ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ, ຊີ້ແຈ້ງວ່າ:
“ພື້ນຖານວັດທະນະທຳຫວຽດນາມກ້າວໜ້າແມ່ນພື້ນຖານວັດທະນະ ທຳຮັກຊາດ ແລະ ກ້າວໜ້າ ຊື່ງເນື້ອໃນຕົ້ນຕໍ່ແມ່ນອຸດົມຄະຕິເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນ ແລະ ສິ່ງຍອດຍິ່ງດ້ານວັດທະນະທຳມະນຸດ ເພື່ອແນໃສ່ຈຸດໝາຍທຸກສິ່ງທຸກຢ່າງເພື່ອມະນຸດ, ເພື່ອຄວາມເສລີພາບ, ຄວາມຜາສຸກ ແລະ ການພັດທະນາອຸດົມສົບບູນ, ຮອບດ້ານໃຫ້ແກ່ແຕ່ລະ ຄົນໃນການພົວພັນຢ່າງກົມກ່ຽວລະຫວ່າງສ່ວນບຸກຄົນ ແລະ ວົງຄະນາຍາດ, ລະຫວ່າງມະນຸດ ແລະ ທຳມະຊາດ “.
ເປັນເຈົ້າການໃນການພົວພັນແລກປ່ຽນ, ຮ່ວມມືກັບສາກົນດ້ານວັດທະນະທຳ




